26.7.11

ແມ່ກັບເຈົ້ານາຍຂອງຂ້ອຍ

ແຕ່​ລະ​ມື້​ຂ້ອຍ​ຕ້ອງ​ເຂົ້າ​ການ 8 ໂມງ​ເຊົ້າ ແລະ ເລີກ 17 ໂມງ​.ມື້​ນີ້​ກໍ​ເໝືອນ​ ກັນ ແຕ່​ປາ​ກົດ​ວ່າ​ມື້ນີ້ຂ້ອຍ​ນອນ​ຕື່ນ​ສວຍເປັນ​ພິ​ເສດຈົນ ແມ່ໄດ້ເຄາະປະຕູ ເພື່ອ ປຸກໃຫ້ລຸກ. ຂ້ອຍຄິດຢາກຮ້າຍໃຫ້ ຕົນເອງທີ່ບໍ່ຮອບຄອບຍ້ອນການ ເຮັດລາຍ ງານ ໃຫ້ເຈົ້ານາຍ ຄືນນີ້ຈົນເດິກດື່ນ ຂ້ອຍຫງຸດ ຫງິດເມື່ອຮູ້ວ່າຕົນເອງຕື່ນສວຍ ທັງຄຽດໃຫ້ແມ່ກໍພໍໆກັນ ທີ່ບໍ່ ຍອມປຸກຂ້ອຍໃຫ້ຕື່ນ ເຊົ້າກ່ວານີ້. ຂ້ອຍຟ້າວເຂົ້າຫ້ອງນໍ້າແລ້ວແຕ່ງໂຕຢ່າງກະຟຶບກະຟາບ…  ເວລາທີ່ຂ້ອຍລົງ ບັນໄດ ເຮືອນມານັ້ນແມ່ໄດ້ຢືນຖ້າ ຂ້ອຍຢູ່ຂ້າງໂຕະອາຫານແລ້ວເພິ່ນຍ່າງມາ ແລະ ຈັບແຂນຂ້ອຍເບົາກ່ອນເອີ່ຍປາກອອກມາວ່າ:  ມາກິນເຂົ້າກ່ອນລູກ ຄືນນີ້ແມ່ຮູ້ວ່າເຈົ້າເຮັດວຽກເດິກແມ່ກໍເລີຍຕົ້ມເຂົ້າປຽກໄວ້ໃຫ້ກິນ ອຸ່ນທ້ອງກ່ອນລູກ …


ຂ້ອຍບໍ່ສົນໃຈກັບແມ່ ຂ້ອຍຟຶດມືແມ່ອອກໂດຍບໍ່ຫຼຽວເບິ່ງໜ້າແມ່ຊ້ຳ ຂ້ອຍແລ້ວຟ້າວຊອກເກີບມາໃສ່ແລ້ວແລ່ນອອກໄປ ຫາລົດພ້ອມກັບຫອບແຟ້ມເອກະສານແລ້ວອອກເຮືອນຢ່າງໄວວາ.
- ໃສລາຍງານທີ່ຈະໃຫ້ອ້າຍເວົ້າໃນກອງປະຊຸມມື້ນີ້ ? ເຈົ້ານາຍຖາມທັນທີໃນ ເວລາທີ່ຂ້ອຍເຂົ້າໄປຫ້ອງການໂດຍທີ່ຂ້ອຍເອງຍັງບໍ່ ທັນນັ່ງລົງຕັ່ງເຮັດວຽກ ຊ້ຳ ຂ້ອຍຍື່ນບົດລາຍງານໃຫ້ນາຍດ້ວຍຄວາມນອບ ນ້ອມ ເພາະໃນໃຈກໍຄິດ ກັງ ວົນບໍ່ໜ້ອຍທີ່ມື້ນີ້ຂ້ອຍມາການຊ້າ ກ່ວາເຈົ້ານາຍ.
- ອ້າຍເລື່ອນການປະຊຸມໄປເປັນ 10 ໂມງ…ນ້ອງໄປ ຊອກແນວຮອງທ້ອງມາ ໃຫ້ອ້າຍກິນແດ່ໄປ ເພາະພຽງ ກາເຟຈອກດຽວມັນຄົງຢູ່ ບໍ່ໄດ້ດົນດອກ…. ຂ້ອຍຄິດໄດ້ວ່າ ໃນຕູ້ຂອງຂ້ອຍຍັງມີໝີ່ສໍາເລັດຮູບຢູ່ສອງສາມຈອກ(ແນວເປັນຈອກ)ຂ້ອຍຟ້າວໄຂຕູ້ຈັບໝີ່ອອກມາຈີກເຈ້ຍຫຸ້ມປາກ ຈອກອອກແລ້ວຟ້າວແລ່ນໄປເປີດນ້ຮ້ອນໃນຕິກນັ້ນໃສ່…
- ວ້າວ….ຂ້ອຍຫລົງຮ້ອງອອກມາເມື່ອນໍ້າຮ້ອນທີ່ເປີດໃສ່ໝີ່ມັນຟົ້ງມ່ໃສ່ມືຂ້ອຍ ແຕ່ປານນັ້ນຂ້ອຍກໍອົດທີ່ຈະເວົ້າ ຢ່າງນິ້ມນວນ “ ໝີ່ເດີ້ອ້າຍ…ຈັກໜ້ອຍຈຶ່ງກິນກໍໄດ້ ຢ້ານວ່າມັນຈະບໍ່ທັນໄໜ່…” 

ມື້ນັ້ນຂ້ອຍອອກຫ້ອງປະຊຸມມາກໍ່ທ່ຽງວັນພໍດີ ບໍ່ພໍໄດ້ ນັ່ງຊ້ຳແມ່ກໍໂທລະສັບ ມາຖາມຂ້ອຍວ່າ “ ເຊົ້ານີ້ລູກເອົາ ຜ້າເຊັດໂຕມ້ຽນ ໄວ້ໃສ ແມ່ຊອກທົ່ວຫ້ອງ ນ້ຳແລ້ວບໍ່ມີ ໃນກະຕ່າເຄື່ອງທີ່ຈະຊັກກໍບໍ່ມີ…” ຂ້ອຍບອກແມ່ວ່າ ຂ້ອຍກໍບໍ່ຮູ້ ຄືກັນ ເພາະເຊົ້ານີ້ ຟ້າວຫລາຍ… ເມື່ອຮູ້ແນວນັ້ນແມ່ກໍບອກວ່າ: ບໍ່ເປັນຫຍັງດອກລູກ… ແລງມື້ນີ້ລູກກັບບ້້ານໄວແດ່ເດີ້ ແມ່ຈະເຮັດໝີ່ກະທິ ໄວ້ໃຫ້ກິນ….ຂ້ອຍບອກແມ່ວ່າ ຕາມໃຈ ແມ່ແຕ່ບໍ່ຕ້ອງຄອງ….ພໍວາງໂທ ລະສັບຂ້ອຍກໍຫັນໜ້າໃສ່ໜ້າ ຈໍຄອມ ພິວເຕີທັນທີ ເຮັດວຽກ ເພື່ອເອົາໃຈ ເຈົ້ານາຍ ບໍ່ພໍຄາວເຈົ້ານາຍກໍອອກມາຫາ ທັງຖາມວ່າ: ເຫັນເອກະສານກ່ຽວ ກັບບັນຊີລູກຄ້າບໍ່… ບໍ່ຮູ້ວ່າອ້າຍເອົາ ມັນໄປໄວ້ໃສ ? ຊ່ວຍຊອກໃຫ້ແດ່….ຂ້ອຍຟ້າວຊອກຫາທັງທີ່ທາງປາກກໍບອກເຈົ້ານາຍວ່າ:  ອ້າຍລົງໄປຊອກກິນ ເຂົ້າເທາະ ເພາະສວຍແລ້ວ….ຂ້ອຍວົນຊອກເອກະສານ ນັ້ນທັງໃນຕູ້ເອກະສານ, ທັງໜ້າໂຕະ…ຈົນເມື່ອຍກໍບໍ່ເຫັນ ຂ້ອຍຈຶ່ງຟ້າວແລ່ນໄປຫ້ອງປະຊຸມ ເພາະຕອນປະຊຸມເຊົ້າມື້ນີ້ ປາກົດວ່າເຫັນເຈົ້ານາຍຖືເອກະສານໄປຫລາຍຢ່າງ ….  ບໍ່ດົນເຈົ້ານາຍກໍເຂົ້າຫ້ອງການມາດ້ວຍຄວາມເອີບອີ່ມ ເອີ່ຍ ປາກຖາມທັງທີ່ບໍ່ມອງໜ້າເຮົາຊໍ້າ.
- ເຫັນບໍ່ເອກະສານທີ່ອ້າຍໃຫ້ຊອກຫາ​ ? ຂ້ອຍຍື່ນເອກະສານໃຫ້ທັງບອກນາຍວ່າ: ອ້າຍລືມຢູ່ຫ້ອງປະຊຸມ…. ເຈົ້ານາຍໄດ້ແຕ່ສັ່ນຫົວ ຈັບເອົາເອກະສານແລ້ວຢ່າງເຂົ້າຫ້ອງ ສ່ວນຕົວຂອງເພິ່ນໄປໂດຍຄຳຂອບໃຈພຽງ ຄ່ອຍໆກໍບໍ່ມີ… ມາຮອດນີ້ຂ້ອຍຄິດໄດ້ວ່າແຕ່ເຊົ້າມາ ຂ້ອຍຍັງບໍ່ທັນໄດ້ກິນຫຍັງເລີຍ…. ຂ້ອຍຫລຽວ ເບິ່ງໂມງ ແລະ ອຸທານກັບຕົນເອງວ່າ: ບໍ່ທັນການແລ້ວ…ເພື່ອກັນຫິວຂ້ອຍຈຶ່ງດຶງເອົາ ໝີ່ສໍາເລັດຮູບທີ່ເຫລືອຢູ່ໃນຕູ້ອອກມາ ໃສ່ນໍ້າຮ້ອນກິນພໍບັນເທົາຄວາມຫິວ ພ້ອມກັບການຖອນໃຈໃຫຍ່ ແຕ່ເຖິງແນວໃດຂ້ອຍກໍດີໃຈທີ່ໄດ້ເຮັດໃນສິ່ງທີ່ ເຮັດໃຫ້ຫົວໜ້າພໍໃຈ.
ເລີກການແລ້ວ  ຂ້ອຍບອກກັບຕົນເອງວ່າ ຕ້ອງຟ້າວກັບບ້ານເພື່ອ ນອນເອົາແຮງ  ເພາະຄືນນີ້ຂ້ອຍກໍບໍ່ໄດ້ນອນ ພໍເທົ່າໃດ ແຕ່ພໍຄິດເທົ່ານັ້ນລະເຈົ້ານາຍກໍມາຫາພ້ອມ ເອກະສານ ປຶກໃຫຍ່ ຍື່ນໃຫ້....ແປງເອກະສານນີ້ໃຫ້ແດ່ ອ້າຍໝາຍບ່ອນທີ່ຈະແປງໄວ້ ແລ້ວລະ ມີບັນຫາໃດບໍ່ເຂົ້າໃຈໂທຫາອ້າຍເດີ້ອ້າຍຈະອອກໄປຂ້າງ ນອກກ່ອນ ແປງແລ້ວເອົາໄປວາງໄວ້ໜ້າ ໂຕະອ້າຍເດີ້… ກັບບ້ານຊ້າເລັກນ້ອຍກໍບໍ່ເປັນຫຍັງ ຕິເບາະ ?
ຂ້ອຍຍິ້ມຮັບແທນຄຳບອກວ່າ ຊໍ່ານີເຮັດໃຫ້ໄດ້…. ມື້ນັ້ນເກືອບແປດໂມງ(ກາງຄືນ) ຂ້ອຍຈຶ່ງກັບຮອດເຮືອນ ພໍແມ່ເຫັນກໍຖາມ ທັນທີວ່າ: ກັບເດິກແທ້ລູກ ວຽກຫລາຍ ແທ້ຫວະ ? ຂ້ອຍໄດ້ແຕ່ແກ່ວງຫົວກັບພຶມພຳອອກມາວ່າ: ລູກເມື່ອຍ ແລະ ເພຍ ຫລາຍແມ່ ຢາກພັກຜ່ອນແທ້ໆ…. ພໍຂ້ອຍຈະກ້າວຂາຂຶ້ນຫ້ອງສຽງໂທລະສັບກໍດັງຂຶ້ນອີກ….ນາຍໂທມາ ຂ້ອຍອຸທານຄ່ອຍໆ ພໍລົມໂທລະສັບຈົບ ຂ້ອຍຟ້າວວາງກະເປົາແລ້ວ   ແລ່ນໄປຫາໂຕະຄອມພິວເຕີ ເປີດໄຟ ແລະ ເລີ່ມເຮັດ ວຽກທີ່ນາຍບອກ… ບໍ່ຮູ້ວ່າດົນປານໃດທີ່ຂ້ອຍເຮັດວຽກຢູ່  ແຕ່ຮູ້ວ່າມັນເດິກສົມຄວນແລ້ວ ເພາະທຸກສິ່ງ ອ້ອມຂ້າງມັນຄືວ່າ ງຽບໆ… 
ຂ້ອຍຂຶ້ນໄປຫ້ອງນອນຂອງແມ່ ແຕ່ຂ້ອຍກໍແປກໃຈທີ່ບໍ່ເຫັນ…ແປກ….ແມ່ ໄປໃສຫວະ ? … ຂ້ອຍກັບລົງບັນໄດມາແລ້ວ ເຂົ້າໄປຫ້ອງແຕ່ງກິນກໍບໍ່    ເຫັນ….ຂ້ອຍຍິ່ງແປກໃຈ ບໍ່ຮູ້ວ່າແມ່ຢູ່ໃສ…. ຕອນນີ້ຂ້ອຍຮູ້ສຶກວ່າກັງວົນໃຈ ຫລາຍຂຶ້ນ…ແມ່ໄປໃສ ຫວະ ?...?...?ໃນທີ່ສຸດຂ້ອຍກໍໄປເຫັນແມ່ລັກນັ່ງ ຮ້ອງໄຫ້ຢູ່ ຄົນດຽວທີ່ໂຕະຊີມັງເດີ່ນຫຍ້າຫລັງເຮືອນ… ແມ່ລັກຮ້ອງໄຫ້ບໍ່ຮູ້ວ່າເປັນຄັ້ງທີເທົ່າໃດແລ້ວ ຮ້ອງໄຫ້ເພາະຂ້ອຍເອງ… ແມ່ເບິ່ງແຍງ-ດູແລຂ້ອຍ ມາຕະຫລອດຊີວິດ, ຮັກ ແລະ ຫ່ວງໄຍຂ້ອຍ ກວ່າສິ່ງໃດໆ… ແຕ່ຂ້ອຍຕອບແທນແມ່ແນວນີ້ໄດ້ແນວໃດ?...ຂ້ອຍເລີ່ມ ທົບທວນຄືນ  ແລະ ຖາມຕົນເອງວ່າ: ລະຫວ່າງເຈົ້ານາຍທີ່ໃຫ້ເງິນເດືອນ  ແລະ ແມ່ທີ່ໃຫ້ຄວາມເປັນຄົນແກ່ເຮົາ ຈະເຮັດອັນໃດ….ຂ້ອຍຄິດໄດ້ແລ້ວວ່າຂ້ອຍຄວນເລືອກສິ່ງໃດສິ່ງໜຶ່ງທີ່ສຳຄັນກວ່າ.. ຂ້ອຍຄິດໄດ້ວ່າໃນຊີວິດໜຶ່ງໆເຮົາອາດປ່ຽນໜ້າທີ່ການງານໄດ້ຫລາຍ ຄັ້ງ ແລະ ມີເຈົ້ານາຍໄດ້ ຫລາຍໆຄົນ ແຕ່ເຮົາມີແມ່ພຽງຄົນດຽວ…. ຕໍ່ໄປນີ້ຂ້ອຍບໍ່ສາມາດ ເຮັດໃຫ້ເພິ່ນເສຍໃຈອີກ ເພາະຜ່ານມາ ຂ້ອຍເຮັດ ວຽກນັບມື້ນັບຫລາຍຂຶ້ນ ທັງທີ່ວ່າຂ້ອຍທໍາກັບແມ່ເໝືອນມີຄວາມ ຮັກກັບເພິ່ນໜ້ອຍລົງ ເຊິ່ງກົງກັນຂ້າມ ກັບແມ່ທີ່ນັບມື້ນັບຮັກເຮົາຫລາຍ ໂດຍບໍ່ມີຄຳຮ້ອງຂໍສິ່ງຕອບແທນ ແລະ ບໍ່ມີສິ່ງໃດທໍາລາຍ ຄວາມຮັກຂອງ ແມ່ນັ້ນໄດ້….
ລູກຂໍໂທດຫລາຍໆແມ່…
....ຂອບໃຈທີ່ອ່ານ ....

1 comment:

  1. ອ່ານແລ້ວຮູ້ສຶກຮັກແມ່ຍິ່ງຂຶ້ນ ຫຼານຄິດວ່າມີສາລະຫຼາຍໃຫ່ແກ່ໄວໜຸ່ມໃນປັດຈຸບັນ


    ຫຼານ ຈຸນລາ ເດີ

    ReplyDelete

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...