30.7.11

ລະວັງຝົນຕົກໜັກ...

ຂ່າວເກົ່າ ເລົ່າໃໝ່ ເພາະໃຈຫ່ວງ...
ມື້ວານນີ້(໒໙ ກໍລະກົດ) ກົມອຸຕຸນິຍົມໄດ້ເຕືອນພີ່ນ້ອງຊາວລາວທີ່ຢູ່ທາງພາກເໜືອ ແລະ ພາກກາງ ໃຫ້ເຝົ້າລະວັງອັນຕະລາຍຈາກຝົນຕົກໜັກ ເຊິ່ງມັນເກີດຈາກອິດທິພົນຂອງພາຍຸທີ່ມີຊື່ວ່າ ”ນົກເຕັນ Nockten“ ແລະຄາດວ່າມື້ນີ້ຈະເຂົ້າສູ່ລາວທາງພາກເໜືອ ແລະ ພາກກາງ...
ພາຍຸນີ້ອາດເຮັດໃຫ້ຝົນຕົກໃນລະດັບປານກາງ ເຖິງໜັກໜ່ວງ ແລະ ແກ່ຍາວຫລາຍມື້ ເພາະຄວາມໄວສະເລ່ຍຂອງມັນປະະມານ ໒໐ ກີໂລແມັດຕໍ່ຊົ່ວໂມງ...
(ຊ່ວຍກັນເດີ້ພີ່ນ້ອງ)

26.7.11

ແມ່ກັບເຈົ້ານາຍຂອງຂ້ອຍ

ແຕ່​ລະ​ມື້​ຂ້ອຍ​ຕ້ອງ​ເຂົ້າ​ການ 8 ໂມງ​ເຊົ້າ ແລະ ເລີກ 17 ໂມງ​.ມື້​ນີ້​ກໍ​ເໝືອນ​ ກັນ ແຕ່​ປາ​ກົດ​ວ່າ​ມື້ນີ້ຂ້ອຍ​ນອນ​ຕື່ນ​ສວຍເປັນ​ພິ​ເສດຈົນ ແມ່ໄດ້ເຄາະປະຕູ ເພື່ອ ປຸກໃຫ້ລຸກ. ຂ້ອຍຄິດຢາກຮ້າຍໃຫ້ ຕົນເອງທີ່ບໍ່ຮອບຄອບຍ້ອນການ ເຮັດລາຍ ງານ ໃຫ້ເຈົ້ານາຍ ຄືນນີ້ຈົນເດິກດື່ນ ຂ້ອຍຫງຸດ ຫງິດເມື່ອຮູ້ວ່າຕົນເອງຕື່ນສວຍ ທັງຄຽດໃຫ້ແມ່ກໍພໍໆກັນ ທີ່ບໍ່ ຍອມປຸກຂ້ອຍໃຫ້ຕື່ນ ເຊົ້າກ່ວານີ້. ຂ້ອຍຟ້າວເຂົ້າຫ້ອງນໍ້າແລ້ວແຕ່ງໂຕຢ່າງກະຟຶບກະຟາບ…  ເວລາທີ່ຂ້ອຍລົງ ບັນໄດ ເຮືອນມານັ້ນແມ່ໄດ້ຢືນຖ້າ ຂ້ອຍຢູ່ຂ້າງໂຕະອາຫານແລ້ວເພິ່ນຍ່າງມາ ແລະ ຈັບແຂນຂ້ອຍເບົາກ່ອນເອີ່ຍປາກອອກມາວ່າ:  ມາກິນເຂົ້າກ່ອນລູກ ຄືນນີ້ແມ່ຮູ້ວ່າເຈົ້າເຮັດວຽກເດິກແມ່ກໍເລີຍຕົ້ມເຂົ້າປຽກໄວ້ໃຫ້ກິນ ອຸ່ນທ້ອງກ່ອນລູກ …


ຂ້ອຍບໍ່ສົນໃຈກັບແມ່ ຂ້ອຍຟຶດມືແມ່ອອກໂດຍບໍ່ຫຼຽວເບິ່ງໜ້າແມ່ຊ້ຳ ຂ້ອຍແລ້ວຟ້າວຊອກເກີບມາໃສ່ແລ້ວແລ່ນອອກໄປ ຫາລົດພ້ອມກັບຫອບແຟ້ມເອກະສານແລ້ວອອກເຮືອນຢ່າງໄວວາ.
- ໃສລາຍງານທີ່ຈະໃຫ້ອ້າຍເວົ້າໃນກອງປະຊຸມມື້ນີ້ ? ເຈົ້ານາຍຖາມທັນທີໃນ ເວລາທີ່ຂ້ອຍເຂົ້າໄປຫ້ອງການໂດຍທີ່ຂ້ອຍເອງຍັງບໍ່ ທັນນັ່ງລົງຕັ່ງເຮັດວຽກ ຊ້ຳ ຂ້ອຍຍື່ນບົດລາຍງານໃຫ້ນາຍດ້ວຍຄວາມນອບ ນ້ອມ ເພາະໃນໃຈກໍຄິດ ກັງ ວົນບໍ່ໜ້ອຍທີ່ມື້ນີ້ຂ້ອຍມາການຊ້າ ກ່ວາເຈົ້ານາຍ.
- ອ້າຍເລື່ອນການປະຊຸມໄປເປັນ 10 ໂມງ…ນ້ອງໄປ ຊອກແນວຮອງທ້ອງມາ ໃຫ້ອ້າຍກິນແດ່ໄປ ເພາະພຽງ ກາເຟຈອກດຽວມັນຄົງຢູ່ ບໍ່ໄດ້ດົນດອກ…. ຂ້ອຍຄິດໄດ້ວ່າ ໃນຕູ້ຂອງຂ້ອຍຍັງມີໝີ່ສໍາເລັດຮູບຢູ່ສອງສາມຈອກ(ແນວເປັນຈອກ)ຂ້ອຍຟ້າວໄຂຕູ້ຈັບໝີ່ອອກມາຈີກເຈ້ຍຫຸ້ມປາກ ຈອກອອກແລ້ວຟ້າວແລ່ນໄປເປີດນ້ຮ້ອນໃນຕິກນັ້ນໃສ່…
- ວ້າວ….ຂ້ອຍຫລົງຮ້ອງອອກມາເມື່ອນໍ້າຮ້ອນທີ່ເປີດໃສ່ໝີ່ມັນຟົ້ງມ່ໃສ່ມືຂ້ອຍ ແຕ່ປານນັ້ນຂ້ອຍກໍອົດທີ່ຈະເວົ້າ ຢ່າງນິ້ມນວນ “ ໝີ່ເດີ້ອ້າຍ…ຈັກໜ້ອຍຈຶ່ງກິນກໍໄດ້ ຢ້ານວ່າມັນຈະບໍ່ທັນໄໜ່…” 

ມື້ນັ້ນຂ້ອຍອອກຫ້ອງປະຊຸມມາກໍ່ທ່ຽງວັນພໍດີ ບໍ່ພໍໄດ້ ນັ່ງຊ້ຳແມ່ກໍໂທລະສັບ ມາຖາມຂ້ອຍວ່າ “ ເຊົ້ານີ້ລູກເອົາ ຜ້າເຊັດໂຕມ້ຽນ ໄວ້ໃສ ແມ່ຊອກທົ່ວຫ້ອງ ນ້ຳແລ້ວບໍ່ມີ ໃນກະຕ່າເຄື່ອງທີ່ຈະຊັກກໍບໍ່ມີ…” ຂ້ອຍບອກແມ່ວ່າ ຂ້ອຍກໍບໍ່ຮູ້ ຄືກັນ ເພາະເຊົ້ານີ້ ຟ້າວຫລາຍ… ເມື່ອຮູ້ແນວນັ້ນແມ່ກໍບອກວ່າ: ບໍ່ເປັນຫຍັງດອກລູກ… ແລງມື້ນີ້ລູກກັບບ້້ານໄວແດ່ເດີ້ ແມ່ຈະເຮັດໝີ່ກະທິ ໄວ້ໃຫ້ກິນ….ຂ້ອຍບອກແມ່ວ່າ ຕາມໃຈ ແມ່ແຕ່ບໍ່ຕ້ອງຄອງ….ພໍວາງໂທ ລະສັບຂ້ອຍກໍຫັນໜ້າໃສ່ໜ້າ ຈໍຄອມ ພິວເຕີທັນທີ ເຮັດວຽກ ເພື່ອເອົາໃຈ ເຈົ້ານາຍ ບໍ່ພໍຄາວເຈົ້ານາຍກໍອອກມາຫາ ທັງຖາມວ່າ: ເຫັນເອກະສານກ່ຽວ ກັບບັນຊີລູກຄ້າບໍ່… ບໍ່ຮູ້ວ່າອ້າຍເອົາ ມັນໄປໄວ້ໃສ ? ຊ່ວຍຊອກໃຫ້ແດ່….ຂ້ອຍຟ້າວຊອກຫາທັງທີ່ທາງປາກກໍບອກເຈົ້ານາຍວ່າ:  ອ້າຍລົງໄປຊອກກິນ ເຂົ້າເທາະ ເພາະສວຍແລ້ວ….ຂ້ອຍວົນຊອກເອກະສານ ນັ້ນທັງໃນຕູ້ເອກະສານ, ທັງໜ້າໂຕະ…ຈົນເມື່ອຍກໍບໍ່ເຫັນ ຂ້ອຍຈຶ່ງຟ້າວແລ່ນໄປຫ້ອງປະຊຸມ ເພາະຕອນປະຊຸມເຊົ້າມື້ນີ້ ປາກົດວ່າເຫັນເຈົ້ານາຍຖືເອກະສານໄປຫລາຍຢ່າງ ….  ບໍ່ດົນເຈົ້ານາຍກໍເຂົ້າຫ້ອງການມາດ້ວຍຄວາມເອີບອີ່ມ ເອີ່ຍ ປາກຖາມທັງທີ່ບໍ່ມອງໜ້າເຮົາຊໍ້າ.
- ເຫັນບໍ່ເອກະສານທີ່ອ້າຍໃຫ້ຊອກຫາ​ ? ຂ້ອຍຍື່ນເອກະສານໃຫ້ທັງບອກນາຍວ່າ: ອ້າຍລືມຢູ່ຫ້ອງປະຊຸມ…. ເຈົ້ານາຍໄດ້ແຕ່ສັ່ນຫົວ ຈັບເອົາເອກະສານແລ້ວຢ່າງເຂົ້າຫ້ອງ ສ່ວນຕົວຂອງເພິ່ນໄປໂດຍຄຳຂອບໃຈພຽງ ຄ່ອຍໆກໍບໍ່ມີ… ມາຮອດນີ້ຂ້ອຍຄິດໄດ້ວ່າແຕ່ເຊົ້າມາ ຂ້ອຍຍັງບໍ່ທັນໄດ້ກິນຫຍັງເລີຍ…. ຂ້ອຍຫລຽວ ເບິ່ງໂມງ ແລະ ອຸທານກັບຕົນເອງວ່າ: ບໍ່ທັນການແລ້ວ…ເພື່ອກັນຫິວຂ້ອຍຈຶ່ງດຶງເອົາ ໝີ່ສໍາເລັດຮູບທີ່ເຫລືອຢູ່ໃນຕູ້ອອກມາ ໃສ່ນໍ້າຮ້ອນກິນພໍບັນເທົາຄວາມຫິວ ພ້ອມກັບການຖອນໃຈໃຫຍ່ ແຕ່ເຖິງແນວໃດຂ້ອຍກໍດີໃຈທີ່ໄດ້ເຮັດໃນສິ່ງທີ່ ເຮັດໃຫ້ຫົວໜ້າພໍໃຈ.
ເລີກການແລ້ວ  ຂ້ອຍບອກກັບຕົນເອງວ່າ ຕ້ອງຟ້າວກັບບ້ານເພື່ອ ນອນເອົາແຮງ  ເພາະຄືນນີ້ຂ້ອຍກໍບໍ່ໄດ້ນອນ ພໍເທົ່າໃດ ແຕ່ພໍຄິດເທົ່ານັ້ນລະເຈົ້ານາຍກໍມາຫາພ້ອມ ເອກະສານ ປຶກໃຫຍ່ ຍື່ນໃຫ້....ແປງເອກະສານນີ້ໃຫ້ແດ່ ອ້າຍໝາຍບ່ອນທີ່ຈະແປງໄວ້ ແລ້ວລະ ມີບັນຫາໃດບໍ່ເຂົ້າໃຈໂທຫາອ້າຍເດີ້ອ້າຍຈະອອກໄປຂ້າງ ນອກກ່ອນ ແປງແລ້ວເອົາໄປວາງໄວ້ໜ້າ ໂຕະອ້າຍເດີ້… ກັບບ້ານຊ້າເລັກນ້ອຍກໍບໍ່ເປັນຫຍັງ ຕິເບາະ ?
ຂ້ອຍຍິ້ມຮັບແທນຄຳບອກວ່າ ຊໍ່ານີເຮັດໃຫ້ໄດ້…. ມື້ນັ້ນເກືອບແປດໂມງ(ກາງຄືນ) ຂ້ອຍຈຶ່ງກັບຮອດເຮືອນ ພໍແມ່ເຫັນກໍຖາມ ທັນທີວ່າ: ກັບເດິກແທ້ລູກ ວຽກຫລາຍ ແທ້ຫວະ ? ຂ້ອຍໄດ້ແຕ່ແກ່ວງຫົວກັບພຶມພຳອອກມາວ່າ: ລູກເມື່ອຍ ແລະ ເພຍ ຫລາຍແມ່ ຢາກພັກຜ່ອນແທ້ໆ…. ພໍຂ້ອຍຈະກ້າວຂາຂຶ້ນຫ້ອງສຽງໂທລະສັບກໍດັງຂຶ້ນອີກ….ນາຍໂທມາ ຂ້ອຍອຸທານຄ່ອຍໆ ພໍລົມໂທລະສັບຈົບ ຂ້ອຍຟ້າວວາງກະເປົາແລ້ວ   ແລ່ນໄປຫາໂຕະຄອມພິວເຕີ ເປີດໄຟ ແລະ ເລີ່ມເຮັດ ວຽກທີ່ນາຍບອກ… ບໍ່ຮູ້ວ່າດົນປານໃດທີ່ຂ້ອຍເຮັດວຽກຢູ່  ແຕ່ຮູ້ວ່າມັນເດິກສົມຄວນແລ້ວ ເພາະທຸກສິ່ງ ອ້ອມຂ້າງມັນຄືວ່າ ງຽບໆ… 
ຂ້ອຍຂຶ້ນໄປຫ້ອງນອນຂອງແມ່ ແຕ່ຂ້ອຍກໍແປກໃຈທີ່ບໍ່ເຫັນ…ແປກ….ແມ່ ໄປໃສຫວະ ? … ຂ້ອຍກັບລົງບັນໄດມາແລ້ວ ເຂົ້າໄປຫ້ອງແຕ່ງກິນກໍບໍ່    ເຫັນ….ຂ້ອຍຍິ່ງແປກໃຈ ບໍ່ຮູ້ວ່າແມ່ຢູ່ໃສ…. ຕອນນີ້ຂ້ອຍຮູ້ສຶກວ່າກັງວົນໃຈ ຫລາຍຂຶ້ນ…ແມ່ໄປໃສ ຫວະ ?...?...?ໃນທີ່ສຸດຂ້ອຍກໍໄປເຫັນແມ່ລັກນັ່ງ ຮ້ອງໄຫ້ຢູ່ ຄົນດຽວທີ່ໂຕະຊີມັງເດີ່ນຫຍ້າຫລັງເຮືອນ… ແມ່ລັກຮ້ອງໄຫ້ບໍ່ຮູ້ວ່າເປັນຄັ້ງທີເທົ່າໃດແລ້ວ ຮ້ອງໄຫ້ເພາະຂ້ອຍເອງ… ແມ່ເບິ່ງແຍງ-ດູແລຂ້ອຍ ມາຕະຫລອດຊີວິດ, ຮັກ ແລະ ຫ່ວງໄຍຂ້ອຍ ກວ່າສິ່ງໃດໆ… ແຕ່ຂ້ອຍຕອບແທນແມ່ແນວນີ້ໄດ້ແນວໃດ?...ຂ້ອຍເລີ່ມ ທົບທວນຄືນ  ແລະ ຖາມຕົນເອງວ່າ: ລະຫວ່າງເຈົ້ານາຍທີ່ໃຫ້ເງິນເດືອນ  ແລະ ແມ່ທີ່ໃຫ້ຄວາມເປັນຄົນແກ່ເຮົາ ຈະເຮັດອັນໃດ….ຂ້ອຍຄິດໄດ້ແລ້ວວ່າຂ້ອຍຄວນເລືອກສິ່ງໃດສິ່ງໜຶ່ງທີ່ສຳຄັນກວ່າ.. ຂ້ອຍຄິດໄດ້ວ່າໃນຊີວິດໜຶ່ງໆເຮົາອາດປ່ຽນໜ້າທີ່ການງານໄດ້ຫລາຍ ຄັ້ງ ແລະ ມີເຈົ້ານາຍໄດ້ ຫລາຍໆຄົນ ແຕ່ເຮົາມີແມ່ພຽງຄົນດຽວ…. ຕໍ່ໄປນີ້ຂ້ອຍບໍ່ສາມາດ ເຮັດໃຫ້ເພິ່ນເສຍໃຈອີກ ເພາະຜ່ານມາ ຂ້ອຍເຮັດ ວຽກນັບມື້ນັບຫລາຍຂຶ້ນ ທັງທີ່ວ່າຂ້ອຍທໍາກັບແມ່ເໝືອນມີຄວາມ ຮັກກັບເພິ່ນໜ້ອຍລົງ ເຊິ່ງກົງກັນຂ້າມ ກັບແມ່ທີ່ນັບມື້ນັບຮັກເຮົາຫລາຍ ໂດຍບໍ່ມີຄຳຮ້ອງຂໍສິ່ງຕອບແທນ ແລະ ບໍ່ມີສິ່ງໃດທໍາລາຍ ຄວາມຮັກຂອງ ແມ່ນັ້ນໄດ້….
ລູກຂໍໂທດຫລາຍໆແມ່…
....ຂອບໃຈທີ່ອ່ານ ....

23.7.11

ພໍໄດ້ຄິດຂໍາໆ ຢ່າໃສ່ໃຈຕາມສິ່ງທີ່ເຫັນ

 ອາຍຄູບໍ່ໄດ້ວິຊາ ອາຍພັນລະຍາບໍ່ໄດ້ລູກ 
ຖ້າໄດ້ຄູເປັນພັນລະຍາ ຈະໄດ້ທັງວິຊາ ແລະ ລູກ. 
 ຮັກເພື່ອນ ເສຍເມຍ ຮັກເມຍເສຍເພື່ອນ
ຖ້າຮັກເມຍເພື່ອນ ເສຍທັງເພື່ອນ ເສຍທັງເມຍ. 
ຜູ້ຊາຍຮັກຈິງ ແຕ່ເຮັດຄືຫລິ້ນ 
ຜູ້ຍິງ ຮັກຄືຫລິ້ນໆ ແຕ່ຫວັງເອົາຈິງ. 

 ມີຄວາມພະຍາຍາມຢູ່ບ່ອນໃດ ມີຄວາມສໍາເລັດຢູ່ທີ່ນັ້ນ 
(ຫົວງູວ່າ) ມີຕັນຫາຢູ່ທີ່ໃດ ມີຄວາມພະຍາຍາມຢູ່ທີ່ນັ້ນ. 
  ອິທານັງ ທຸກຂັງ ໂລເກ = ການເປັນໜີ້ສິນເປັນທຸກທີ່ສຸດໃນໂລກ 
ກາເມນັງ ທຸກຂັງ ໂລເກ = ກາມຕາຍດ້ານກໍເປັນທຸກທີ່ສຸດໃນໂລກ.
 ນ້ອງເມຍ ຄືຊັບພະຍາກອນອັນມີຄ່າມະຫາສານຂອງອ້າຍເຂີຍ 
ໃຜບັງອາດໄປຈີບນ້ອງເມຍ….ຖືວ່າຜູ້ນັ້ນ....
ໄດ້ທໍາລາຍຄວາມຫວັງອັນຍິ່ງໃຫຍ່ຂອງເຂົາ.
 ຂອບໃຈທີ່ອ່ານ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...