ວຽງໄຊ ເມືອງແຫ່ງໄຊຊະນະ
VIENG XAI – THE HIDDEN CITY
ເມືອງວຽງໄຊ ຢູ່ຫ່າງຈາກເມືອງຊໍາເໜືອ ເຊິ່ງເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ປະມານ 30 ກິໂລແມັດ ມີລົດໂດຍສານ ແລ່ນເປັນປະຈຳແຕ່ລະມື້ຫຼາຍຖ້ຽວ ແຕ່ຄົນສ່ວນຫລາຍ ປັດຈຸບັນ ເສັ້ນທາງສະດວກສະບາຍນິຍົມ ໃຊ້ລົດສ່ວນຕົວເປັນສ່ວນຫລາຍ ແລະ ເຮົາຈະເຫັນນັກທ່ອງທ່ຽວພາກັນເດີນທາງຈາກເມືອງຊຳເໜືອໄປທ່ຽວ ເມືອງວຽງໄຊ ດ້ວຍລົດຈັກທີ່ໃຫ້ເຊົ່າເປັນປະຈຳ ເພາະໄລຍະທາງນັ້ນ ໃຊ້ເວລາປະມານ 1 ຊົ່ວໂມງ ກໍໄປຮອດຈຸດ ໝາຍແລ້ວ.
ວຽງໄຊ ເປັນເມືອງໜຶ່ງໃນແຂວງຫົວພັນ ເຊິ່ງເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດທີ່ງົດງາມ ເຊິ່ງສະຖານທີ່ທ່ອງທ່ຽວເລົ່ານັ້ນ ໄດ້ກາຍເປັນເໝືອນແມ່ເຫຼັກທີ່ດຶງດູດໃຫ້ຜູ້ຄົນພາກັນ ໄປທ່ຽວຊົມເມືອງວຽງໄຊ ໂດຍສະເພາະແມ່ນຖ້ຳທ່ານຜູ້ນຳ ເຊິ່ງເປັນຖ້ຳຫີນປູນ ທີ່ຢັງຢາຍໄປຕາມຜາຫີນທີ່ສູງຊັນ; ຖ້ຳເລົ່ານີ້ ເປັນທັງຖ້ຳທີ່ເກີດໂດຍທຳມະຊາດ ແລະ ມະນຸດເຮົາສ້າງຂຶ້ນໃນສະໄໝສົງຄາມຕ້ານພວກຈັກກະພັດ ອາເມລິກາ ແລະ ລູກແຫຼ້ງຂອງພວກເຂົາ.
ຖ້ຳທຳມະຊາດຫຼາຍແຫ່ງຖືກດັດແປງໃຫ້ເປັນທີ່ຢູ່ອາໄສ, ເປັນໂຮງຮຽນ, ໂຮງໝໍ, ທີ່ຫລົບໄພ, ບ່ອນຫຼິ້ນກິລາ, ຫ້ອງປະຊຸມ ແລະ ອື່ນໆ ມີບາງຖ້ຳສາມາດຮອງຮັບຄົນໄດ້ເປັນພັນໆຄົນກໍມີ ທັງໝົດນີ້ແມ່ນ ສ້າງຂຶ້ນເພື່ອເປັນບ່ອນເຮັດວຽກ ແລະ ຫຼົບໄພຈາກການໂຈມຕີທາງອາກາດຕໍ່ຜູ້ນຳ, ທະຫານ ແລະ ປະຊາຊົນ ໃນໄລຍະທີ່ເກີດມີສົງຄວາມຮຸກຮານ.
| ນີ້ຄືທີ່ພັກຜູ້ນຳ ເວລາມາປະຊຸມ ແລະ ບໍ່ສາມາກັບຖ້ຳທີ່ພັກຂອງຕົນເອງໄດ້ທັນ(ຖ້ຳທ່ານ ໄກສອນ ພົມວິຫານ) |
ຖ້ຳປະຫວັດສາດຜູ້ນຳ ເມືອງວຽງໄຊ ສ່ວນໃຫຍ່ຕັ້ງຢູ່ ພາຍໃນເທດສະບານເມືອງ ຈຶ່ງມີຄວາມສະດວກໃນການທ່ຽວຊົມ, ແຕ່ຖ້ຳຜູ້ນຳ ຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການປັບປຸງ ດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກໄດ້ທັງໝົດເທື່ອ. ຖ້ຳຜູ້ນຳ ທີ່ຄົນທົ່ວໄປຮູ້ຈັກກັນດີ ແລະ ເປີດໃຫ້ຜູ້ມາທ່ຽວໄດ້ເຂົ້າຊົມໄດ້ແລ້ວຫຼາຍແຫ່ງ ເຊັ່ນ: ຖ້າທ່ານໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ, ຖ້ຳທ່ານ ໜູຮັກ ພູມສະຫວັນ,ຖ້ຳທ່ານພູມີວົງວິຈິດ, ຖ້ຳທ່ານ ຄຳໄຕ ສີພັນດອນ, ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ, ຖ້ຳທ່ານນາຍພົນ ສິງກະໂປ ສີໂຄດຈຸນລະມະນີ, ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ, ຖ້ຳທ່ານສີທົນ ກົມມະດຳ, ຖ້ຳທ່ານ ພູນ ສີປະເສີດ, ຖ້ຳທ່ານ ສີສົມພອນ ລໍວັນໄຊ ເປັນຕົ້ນ.
| ນີ້ຄືຫ້ອງປະຊຸມບັນດາທ່ານຜູ້ນຳ ລະດັບກົມການເມືອງ(ຖ້ຳທ່ານ ໄກສອນ ພົມວິຫານ) |
ໃນທັດສະນະຂອງຂ້າພະເຈົ້າ ຄິດວ່າການທີ່ທ່ານຜູ້ນຳ ໄດ້ເລືອກເອົາສະຖານທີ່ແຫ່ງນີ້(ວຽງໄຊ) ເປັນຖານທີ່ໝັ້ນຕ້ານພວກຈັກກະພັດນັ້ນ ຄົງເປັນ ເພາະວ່າ ເມືອງວຽງໄຊ ມີພູຜາຫີນສູງຊັນສະຫຼັບສັບຊ້ອນອ້ອມຮອບ ອັນຈະເຮັດໃຫ້ຍາກແກ່ການໂຈມຕີທາງ ອາກາດຂອງສັດຕູຜູ້ຮຸກຮານ.
| (ບໍລິເວນປາກຖ້ຳ ປະທານ ໄກສອນ ພົມວິຫານ) |
ຖ້ຳທ່ານປະທານ ສຸພານຸວົງ ກໍແມ່ນຖ້ຳໜຶ່ງທີ່ໃຫຍ່ ແລະ ຢູ່ບໍ່ໄກຈາກຖ້ຳທ່ານປະທານ ໄກສອນ ເຊິ່ງດ້ານໃນຖ້ຳກໍມີການປັບປຸງ ຕົບແຕ່ງຄືກັນ ພຽງແຕ່ວ່າ ໃນຖ້ານີ້ບໍ່ມີຫ້ອງພັກການນຳເໝືອນ ຖ້າທ່ານ ປະທານ ໄກສອນ.
ບໍລິເວນໜ້າຖ້ຳ ເຮົາຈະເຫັນອ່າງນ້ຳ(ພຸ) ທີ່ມີຂະໜາດໃຫຍ່ ເປັນຮູບຫົວໃຈ ເຊິ່ງອ່າງນ້ຳແຫ່ງນີ້ ຄວາມຈິງແລ້ວມັນເກີດຂຶ້ນຍ້ອນ ຍົນຂອງສັດຕູມາຖິ້ມລະເບີດໃສ່ ແຕ່ບໍ່ສາມາດເຮັດໃຫ້ທ່ານ ສຸພານຸວົງ ແລະ ຄົນອື່ນໆໄດ້ຮັບອັນຕະລາຍ ດັ່ງນັ້ນ ທ່ານ ປະທານ ສຸພານຸວົງ ຈຶ່ງໄດ້ແນະນຳໃຫ້ອ້າຍນ້ອງພະນັກງານ ໄດ້ພາກັນສ້າງເປັນອ່າງນ້ຳ(ພຸ)ເປັນຮູບຫົວໃຈແທນຂຸມລະເບີດດັ່ງກ່າວ ເພື່ອເປັນສັນຍາລັກບອກສັດຕູວ່າ: “ສັດຕູໄດ້ເຂົ້າມາຢ່ຳຍີຫົວໃຈຂອງຄົນລາວ”
ນອກນີ້ແລ້ວ ບໍລິເວນທາງຂຶ້ນຖ້ຳ ເຮົາກໍຈະພົບຕົ້ນໄມ້ທີ່ມີໃບ “ສີແດງ” ເຊິ່ງຄວາມຈິງແລ້ວບໍ່ສະເພາະແຕ່ໃຊ້ເປັນຢາປິ່ນປົວຄົນເຈັບປ່ວຍເທົ່ານັ້ນ ຍັງມີຄວາມໝາຍເຖິງ “ຄວາມກ້າຫານ ທີ່ຍອມເສຍສະຫຼະໄດ້ແມ່ນແຕ່ເລືອດ ແລະ ຊີວິດ ເພື່ອອິດສະຫຼະພາບຂອງຊາດລາວ”
ນອກນີ້ແລ້ວ ບໍລິເວນທາງຂຶ້ນຖ້ຳ ເຮົາກໍຈະພົບຕົ້ນໄມ້ທີ່ມີໃບ “ສີແດງ” ເຊິ່ງຄວາມຈິງແລ້ວບໍ່ສະເພາະແຕ່ໃຊ້ເປັນຢາປິ່ນປົວຄົນເຈັບປ່ວຍເທົ່ານັ້ນ ຍັງມີຄວາມໝາຍເຖິງ “ຄວາມກ້າຫານ ທີ່ຍອມເສຍສະຫຼະໄດ້ແມ່ນແຕ່ເລືອດ ແລະ ຊີວິດ ເພື່ອອິດສະຫຼະພາບຂອງຊາດລາວ”
ຖ້ຳຜູ້ນຳ ທີ່ເມືອງວຽງໄຊ ໄດ້ກາຍເປັນສະຖານທີ່ສຳຄັນທາງປະຫວັດສາດ ທີ່ໄດ້ກາຍເປັນສັນຍາລັກ ທີ່ບໍ່ຍອມຈຳນົນຕໍ່ສັດຕູ, ເປັນສັນຍາລັກແຫ່ງຂະບວນການກູ້ຊາດ…ປັດຈຸບັນນີ້ ມັນໄດ້ນອນໃນ ດວງໃຈຂອງຄົນລາວ ແລະ ມັນໄດ້ກາຍເປັນສະຖານທີ່ແຫ່ງຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ໂດຍສະເພາະ “ຄົນວຽງໄຊ” ...
