ຄວາມເປັນມາ ແລະ ຄວາມໝາຍຂອງ “ ວັນວິສາຂະບູຊາ ”
|
ຮູບໄດ້ຈາກ: ອິນເຕີເນັທ |
ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ "ວິສາຂະປຸຣະນະມີບູຊາ" ແປວ່າ "ການບູຊາໃນມື້ເພັງເດືອນວິສາຂະ" ດັ່ງນັ້ນ ວິສາຂະບູຊາ ຈຶ່ງໝາຍເຖິງ ການບູຊາໃນວັນເພັງເດືອນຫົກ(໖). ວັນວິສາຂະບູຊາ ກົງກັບວັນຂຶ້ນ ໑໕ ຄ່ຳ ເດືອນ ໖ ຊຶ່ງຈະກົງກັບເດືອນ ພຶດສະພາ(໕) ຫຼື ມິຖຸນາ(໖) ຂອງປີ ຄ.ສ(ຄຣິດຕະສັກກະລາດ) ແຕ່ຖ້າປີໃດມີ ເດືອນແປດ(໘) ສອງຫົນ ກໍ່ເລື່ອນໄປເປັນວັນຂຶ້ນ ໑໕ ຄ່ຳ ເດືອນ ໗ ຫຼືປະມານເດືອນມີຖຸນາ ຂອງປີ ຄ.ສ ນັ້ນໆ.
ວັນວິສາຂະບູຊາ ເປັນມື້ບຸນປາງໜຶ່ງ ທີ່ການດຳເນີນກິດຈະກຳທາງສາສນາຫລາຍຢ່າງ ແລະໄດ້ດຳເນີນໃນຫລາຍປະ ເທດ ເຊິ່ງໃນແຕ່ລະປະເທດນັ້ນເວລາອາດບໍ່ກົງກັບຂອງບ້ານເຮົາ ເນື່ອງຈາກປະເທດເຫຼົ່ານັ້ນຢູ່ໃນຕຳແໜ່ງທີ່ຕ່າງໄປຈາກ ປະເທດເຮົາ ຈຶ່ງເຮັດໃຫ້ ວັນເວລາ ຄາດເຄື່ອນໄປຕາມເວລາຂອງປະເທດນັ້ນໆ.
|
ຮູບໄດ້ຈາກ: ອິນເຕີເນັທ |
ປະວັດວັນວິສາຂະບູຊາ ແລະຄວາມສຳຄັນຂອງວັນວິສາຂະບູຊາ
ວັນວິສາຂະບູຊາ ຖືເປັນວັນສຳຄັນຫຼາຍທາງພຣະພຸດທະສາສນາ ເພາະເປັນວັນທີ່ມີ ໓ ເຫດການ ສຳຄັນເກີດຂຶ້ນໃນວັນ ດັ່ງກ່າວ (ຕ່າງປີກ່ອນພຸດທະສັກກະລາດ ຫລື ພ.ສ) ທີ່ກ່ຽວກັບວິຖີຊີວິດ ຂອງພຣະສັມມາສັມພຸດທະເຈົ້າ. ເຖິງວ່າຈະ ມີໄລຍະເວລາຫ່າງກັນນັບຫຼາຍສິບປີກໍຕາມ ຊຶ່ງເຫດການອັດສະຈັນ ໓ ປະການໄດ້ແກ່:
໑. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າປະສູດ(ເກີດ):
ຕາມພຸດທະປະຫວັດກ່າວ່າ: ເມື່ອພຣະນາງ ສິຣິມະຫາມາຍາ ເຊິ່ງເປັນພຣະມະເຫສີຂອງ ພຣະເຈົ້າສຸດໂທທະນະ ແຫ່ງກຸງ ກະບິນລະພັດ ທຣົງພຣະຄັນແກ່ຈວນຈະປະສູດ ພຣະນາງ ໄດ້ປ່ຽນພຣະຣາຊຖານໄປປະທັບທີ່ກຸງເທວະທະຫະ ເພື່ອປະ ສູດບຸຕ, ໃນຕະກຸນຂອງພຣະນາງຕາມປະເພນີນິຍົມໃນ ສະໄໝນັ້ນ ຂະນະສະເດັດແວ່ພັກຜ່ອນ ພຣະອິຣິຍະບົດໃຕ້ຕົ້ນ ສາລະ ທີ່ ສວນລຸມພີນີວັນ ພຣະນາງກໍ່ໄດ້ປະສູດ ພຣະ ໂອຣົສ ໃຕ້ຕົ້ນສາລະ ນັ້ນ ຊຶ່ງກົງກັບວັນເພັງເດືອນຫົກ(໖) ກ່ອນ ພຸດທະສັກກະຣາຊ ໘໐ ປີ; ພໍປະ ສູດໄດ້ກຸມມານພຽງ ໕ ມື້ ກໍ່ໄດ້ຮັບການຖວາຍພຣະນາມວ່າ "ສິທທັດຖະ" ແປວ່າ "ສົມປາຖະນາ".
ເມື່ອຂ່າວການປະສູດແຜ່ໄປເຖິງອະສິຕະດາບົດ ໔ (ນັກບວດ) ຜູ້ອາໄສຢູ່ໃນອາສົມເທິງເຂົາຫິມາໄລ ເຊິ່ງເປັນບຸກຄົນທີ່ມີ ຄວາມຄຸ້ນເຄີຍກັບພຣະເຈົ້າສຸດໂທທະນະ ດາບົດຈຶ່ງຍ່າງໄປເຂົ້າເຝົ້າ ແລະເມື່ອເຫັນພຣະຣາຊກຸມານກໍ່ທຳນາຍໄດ້ທັນທີວ່າ ນີ້ຄືຜູ້ຈະ ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງກລ່າວພຣະຍາກອນວ່າ: "
ພຣະຣາຊກຸມານນີ້ຈະບັນລຸພຣະສັມພັນຍູ ຕະຍານ ເຫັນແຈ້ງພຣະນິບພານອັນບໍລິສຸດຢ່າງຍິ່ງ ທຣົງຫວັງປະໂຫຍດແກ່ຊົນເປັນອັນຫຼາຍ ຈະປະກາດທັມມະຈັກ ພົມມະຈັນຂອງພຣະກຸມານນີ້ຈັກແຜ່ຫຼາຍ" ແລ້ວຂາບລົງແທບພຣະບາດຂອງພຣະກຸມານ, ພຣະເຈົ້າສຸດໂທທະນະທອດ ພຣະເນດເຫັນເຫດການນັ້ນທຣົງຮູ້ສຶກອັດສະຈັນ ແລະເປີ່ຍມປິຕິ ເຖິງກັບຊູດພຣະອົງລົງອະພິວາດພຣະຣາຊກຸມານຕາມ ຢ່າງດາບົດ.
໒. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕຣັສຮູ້ອະນຸຕຕະຣະສັມໂພທິຍານ
ຫຼັງຈາກອອກບວດໄດ້ ໖ ປີ ຈົນເມື່ອພຣະຊົນມາຍຸ ໓໕ ພັນສາ ເຈົ້າຊາຍສິດທັດຖະກໍ່ໄດ້ຕຣັສຮູ້ເປັນພຣະພຸດທະເຈົ້າ ທີ່ໃຕ້ຮົ່ມໄມ້ ສີມະຫາໂພ ຝັ່ງແມ່ນ້ຳເນຣັນຊາ ເມືອງ ອຸຣຸເວລາເສນານິຄົມ
ໃນຕອນເຊົ້າມືດຂອງວັນພຸດ ຂຶ້ນ ໑໕ ຄ່ຳ ເດືອນຫົກ(໖) ປີຣະກາ
ກ່ອນພຸດທະສັກກະຣາຊ ໔໕ ປີ ປັຈຈຸບັນສະຖານທີ່ຕຣັສຮູ້ແຫ່ງນີ້ເອີ້ນວ່າ: ພຸດທະຄະຍາ ເຊິ່ງຕັ້ງຢູ່ເມືອງ ຄະຍາ ແຫ່ງ ລັດພິຫານ ຂອງປະເທດ ອິນເດຍ.
|
ຮູບໄດ້ຈາກ: ອິນເຕີເນັທ |
ສິ່ງທີ່ຕຣັສຮູ້ ຄື
ອຣິຍສັຈສີ່ (ອະລິຍະສັດ ໔) ເຊິ່ງ ເປັນຄວາມຈິງອັນປະເສີດ ໔ ປະການຂອງພຣະພຸດທະເຈົ້າ ຊຶ່ງພຣະພຸດ ທະເຈົ້າໄດ້ສະເດັດໄປທີ່ຕົ້ນມະຫາໂພ ແລະໄດ້ຈະເລີນສະມາທິພາວະນາຈົນຈິຕເປັນສະມາທິໄດ້ ເຊິ່ງຊະນະໄດ້ໝູ່ມານທັງມວນ ຈົນເວລາຜ່ານໄປ ພຣະອົງຊົງບັນລູຮູບຊານ ຄື:
- ຍາມຕົ້ນ: ໄດ້ບັນລຸ "ປຸບເພນິວາສານຸຕິຍານ" ຄື ໄດ້ລະນຶກຊາດໃນອະດີດທັງຂອງຕົນ ແລະຜູ້ອື່ນໄດ້.
- ຍາມສອງ: ໄດ້ບັນລຸ "ຈຸຕູປປາຕຍານ" ຄື ການຮູ້ແຈ້ງການເກີດ ແລະ ດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະ ອຸບັດຂອງວິນຍານທັງຫຼາຍ.
- ຍາມສາມ ຫຼື ຍາມສຸດທ້າຍ: ໄດ້ບັນລຸ "ອາສະວັກຂະຍານ" ຄື ຮູ້ວິທີກຳຈັດກິເລສດ້ວຍ ອຣິຍສັຈ ໔ (ທຸກຂ໌, ສມຸທັຍ, ນິໂຣທ, ມັຄ) ໄດ້ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ໃນຄືນວັນເພັງເດືອນຫົກ(໖) ຊຶ່ງຂະນະນັ້ນພຣະພຸດທະອົງມີພຣະຊົນມາຍຸໄດ້ ໓໕ ພັນສາ.
໓. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ປຣິນິບພານ (ດັບສັງຂານ)
ເມື່ອພຣະພຸດທະເຈົ້າໄດ້ຕຣັສຮູ້ ແລະ ສະແດງທັມເປັນເວລານານເຖິງ ໔໕ ປີ ຈົນມີພຣະຊົນມາຍຸໄດ້ ໘໐ ພັນສາ ໄດ້ປະທັບຈຳພັນສາ ຢູ່ທີ່ ເວລຸຄາມ ໃກ້ເມືອງ ເວສາລີ ແຄວ້ນ ວັດຊີ ໃນລະຫວ່າງນັ້ນເພິ່ນປະຊວນຢ່າງໜັກ ເມື່ອເຖິງວັນ ເພັງເດືອນຫົກ(໖) ພຣະພຸດທະອົງກັບພຣະພິກຂຸສົງທັງຫຼາຍກໍ່ໄປຮັບພັດຕາຫານບິນທະບາດທີ່ເຮືອນຂອງ ທ້າວ ຈຸນທະ ຕາມຄຳຂໍນິມົນ ພຣະອົງສະເຫວີຍສຸກອນມັດທະວະ ທີ່ທ້າວຈຸນທະຕັ້ງໃຈເຮັດຖວາຍ ຫລັງຈາກນັ້ນກໍ່ເກີດອາພາດລົງ ແຕ່ໄດ້ອົດກັ້ນມຸ່ງສະເດັດໄປຍັງເມືອງ
ກຸສິນາຣາ ປະທັບທີ່
ປ່າສາລະ ເພື່ອສະເດັດດັບຂັນທ໌ປຣິນິບພານ.
ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ທຣົງປະທານປັຈສິມໂອວາດວ່າ: "
ດູກ່ອນພິກຂຸທັງຫຼາຍ ອັນວ່າ ສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນ ປະໂຫຍດຂອງຕົນ ແລະປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ, ດູກ່ອນອານົນ ທຳມະ ແລະ ວິໄນ ທີ່ເຮົາໄດ້ເທສນາໄປແລ້ວ, ບັນຍັດໄປແລ້ວ ແກ່ທ່ານທັງຫລາຍ ທຳມະວິໄນນັ້ນ ຈະເປັນສາສດາຂອງຄົນທັງຫລາຍ ຍາມເມື່ອເຮົາໄດ້ລ່ວງລັບໄປ " ຫຼັງຈາກນັ້ນກໍ່ສະເດັດ ດັບຂັນທ໌ປຣິນິບພານ ໃນຣາຕຣີເພັງເດືອນຫົກ(໖) ນັ້ນແລ.
|
ຣູບໄດ້ຈາກ: ອິນເຕີເນັທ |
ວັນວິສາຂະບູຊາ ເປັນວັນສຳຄັນສາກົນ ຫຼື ຂອງສະຫະປະຊາຊາດ
ວັນວິສາຂະບູຊາ ຖືເປັນວັນສຳຄັນທີ່ສຸດທາງພຣະພຸດທະສາສນາ ເນື່ອງຈາກວ່າມີເຫດການທີ່ກ່ຽວຂ້ອງກັບການ ຖືກຳເນີດຂອງພຣະພຸດທະສາສນາ ຄື: ເປັນວັນທີ່ພຣະສາສດາ ຄື ພຣະສັມມາສັມພຸດທະເຈົ້າປະສູດ, ຕຣັສຮູ້ ແລະ ປຣິນິບພານ. ດັ່ງນັ້ນ ພຸດທະສາສນິກຊົນທົ່ວໂລກຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້
ໃນວັນທີ
໑໓ ທັນວາຄົມ ພ.ສ ໒໕໔໒ ອົງການສະຫະປະຊາຊາດໄດ້ຮອງຮັບ ແລະ ກໍານົດໃຫ້ວັນວິສາຂະບູຊາ ເປັນວັນສຳຄັນຂອງໂລກ ໂດຍເອີ້ນວ່າ: “
Vesak Day” ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດ ເພື່ອພິຈາລະນາ ແລະໄດ້ກໍານົດອົາ
ວັນວິສາຂະບູຊາ ນີ້ເປັນວັນຢຸດວັນໜຶ່ງຂອງສະຫະປະຊາຊາດອີກດ້ວຍ. ທັງນີ້ ກໍ່ເພື່ອໃຫ້ຊາວພຸດທົ່ວໂລກໄດ້ມີໂອກາດບຳເພັນກຸສົນເນື່ອງໃນວັນປະສູດ, ຕຣັສຮູ້, ແລະ ປຣິນິບພານ ຂອງພຣະບຣົມ ສາສດາ.
ການທີ່ອົງການສະຫະປະຊາຊາດໄດ້ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກນັ້ນ ແມ່ນມາຈາກເຫດຜົນທີ່ວ່າ: ອົງສົມເດັດພຣະສັມມາສັມພຸດທະເຈົ້າທຣົງເປັນມະຫາບຸຣຸດຜູ້ໃຫ້ຄວາມເມຕຕາຕໍ່ໝູ່ມວນມະນຸດ, ແລະ ເປີດໂອກາດ ໃຫ້ທຸກໆຄົນທີ່ນັບຖືສາສານາອື່ນຢູ່ແລ້ວນັ້ນສາມາດເຂົ້າມາສຶກສາພຸດທະສາສນາ ເພື່ອພິສູດຫາຂໍ້ຄວາມຈິງໄດ້ ໂດຍບໍ່ ຈຳເປັນຕ້ອງປ່ຽນມານັບຖືສາສນາພຸດ ແລະ ໄດ້ສັ່ງສອນທຸກຄົນ ໄດ້ນຳໃຊ້ປັນຍາທິຄຸນໂດຍບໍ່ຄິດຄ່າຕອບແທນ.
|
ຮູບໄດ້ຈາກ: ອິນເຕີເນັທ |
ການປະກອບພິທີໃນວັນວິສາຂະບູຊາ
ການປະກອບພິທີໃນວັນວິສາຂະບູຊາ ໃນປະເທດລາວນັ້ນຈະແບ່ງອອກເປັນ ໒ ພິທີໄດ້ແກ່:
໑. ພິທີຂອງອຸປາສົກອຸປາສິກາ ຫລື ພິທີຂອງປະຊາຊົນທົ່ວໄປ.
໒. ພິທີຂອງພຣະສົງ ຄື ພິທີ ທີ່ພຣະສົງປະກອບສາສນະກິຈສະເພາະ.
ກິດຈະກຳທີ່ພຸດທະສາສນິກຊົນນິຍົມປະຕິບັດໃນວັນວິສາຂະບູຊາ ໄດ້ແກ່:
໑. ທຳບຸນໃສ່ບາດ ຢາດນ້ຳອຸທິດສ່ວນກຸສົນໃຫ້ພີ່ນ້ອງທີ່ລ່ວງລັບ ແລະ ເຈົ້າກຳນາຍເວນ.
໒. ຕຽມຂອງຄາວຫວານໄປທຳບຸນຖວາຍພັດຕາຫານທີ່ວັດ ແລະ ປະຕິບັດທັມ ຟັງທັມມະເທສນາ.
໓. ປ່ອຍນົກປ່ອຍປາ ໄຖ່-ໃຫ້ຊີວິດຜູ້ອື່ນ ເພື່ອສ້າງບຸນກຸສົນ.
໔. ຮ່ວມວຽນທຽນອ້ອມສິມທີ່ວັດໃນຕອນຄ່ຳ ເພື່ອລະນຶກເຖິງຄຸນພຣະພຸດ ພຣະທັມ ພຣະສົງ.
໕. ຮ່ວມກິຈກຳກ່ຽວກັບວັນສຳຄັນທາງພຸດທະສາສນາ ເຊິ່ງອາດມີຄວາມຫລາກຫລາຍແຕກຕ່າງຕາມແຕ່ລະທ້ອງຖິ່ນ
໖. ຈັດສະແດງນິທັດສະການ, ປະວັດ ຫຼື ເລື່ອງຄວາມເປັນມາກ່ຽວກັບວັນວິສາຂະບູຊາຕາມໂຮງຮຽນ ຫຼືສະຖານທີ່ຣາຊການນຕ່າງໆ ເພື່ອໃຫ້ຄວາມຮູ້ ແລະເປັນການຮ່ວມລະນຶກເຖິງຄວາມສຳຄັນຂອງວັນວິສາຂະບູຊາ
໗. ປະດັບທຸງຊາດ, ສາສນາໃນວັດວາອາຮາມ.
໘. ບຳເພັນກຸສົນທີ່ເປັນສາທາລະນະປະໂຫຍດ ແລະ ອື່ນໆ.
|
ຮູບໄດ້ຈາກ: ອິນເຕີເນັທ |
ຫຼັກທັມທີ່ສຳຄັນໃນວັນວິສາຂະບູຊາ ທີ່ຄວນນຳມາປະຕິບັດ
ໃນວັນວິສາຂະບູຊາ ພຸດທະສາສນິກຊົນທັງຫຼາຍຄວນຢຶດໝັ້ນໃນຫຼັກທັມ ຊຶ່ງຫຼັກທັມທີ່ນໍາມາປະຕິບັດ ໃນວັນວິສາຂະບູຊາໄດ້ແກ່:
໑. ຄວາມກະຕັນຍູກະຕະເວທີ.
ຄືການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້. ຄວາມກະຕັນຍູ ແລະ ຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະ ສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາ, ມານດາ ແລະ ລູກ, ຄູອາຈານ ກັບ ນັກຮຽນ, ນາຍຈ້າງກັບລູກຈ້າງ ແລະ ອື່ນໆ.
ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນ ພຸດທະສາສ ນິກຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີ ດ້ວຍການທະນຸບຳລຸງພຣະພຸດທະສາສນາ ແລະ ຮັກສາພຣະພຸດທະສາສນາໃຫ້ຢູ່ສືບໄປ.
໒. ອຣິຍສັຈ ໔.
ຄືຄວາມຈິງອັນປະເສີດ ໔ ປະການ ທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່:
- ທຸກ ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ. ທຸກຂັ້ນພື້ນຖານປະກອບມີ: ການເກີດ, ແກ່, ເຈັບ ແລະ ຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງປະເຊີນ.
- ສະມຸທັຍ ຄື ຕົ້ນເຫດຂອງປັນຫາ ຫຼື ສາເຫດຂອງການເກີດແຫ່ງຄວາມທຸກ ເຊິ່ງສາເຫດສ່ວນໃຫຍ່ຂອງບັນຫາກໍ່ໃຫ້ ເກີດຄວາມທຸກແມ່ນມາຈາກ "ຕັນຫາ" ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ.
- ນິໂຣທ ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເປັນຕົນແມ່ນການດັບກິເລສ, ຕັນຫາ, ອຸປາທານໄດ້.
- ມັຄ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາຕ່າງໆ ເຊິ່ງປະກອບມີ ໘ ປະການ ໄດ້ແກ່: ຄວາມເຫັນຊອບ, ດຳຣິຊອບ, ວາຈາຊອບ, ກະທໍາຊອບ, ລ້ຽງຊີບຊອບ, ພະຍາຍາມຊອບ, ລະນຶກຊອບ ແລະ ການຕັ້ງຈິຕໝັ້ນທ່ຽງໂດຍຊອບ.
໓. ຄວາມບໍ່ປະໝາດ.
ຄືການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ, ເວົ້າອັນໃດ, ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້. ການລະນຶກໄດ້ຢູ່ສະເໝີຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກ ຕາມມາ ດັ່ງນັ້ນ ໃນວັນ ວິສາຂະບູຊານີ້ ນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸດທະເຈົ້າ, ພຣະທັມ ແລະ ພຣະສົງ ດ້ວຍຄວາມມີສະຕິ.
ວັນ
ວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູ ຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ, ພຣະປັນຍາທິຄຸນ ແລະ ພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາ ສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ; ທັງເປັນການລະນຶກເຖິງເຫດການອັນໜ້າອັດສະຈັນທັງ ໓ ປະການ ທີ່ໄດ້ບັງເກີດໃນວັນດຽວກັນ ແລະ ນຳຫຼັກທັມຄຳສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິບັດໃນ
ການ ດຳລົງຊີວິດ….
|
ຮູບຈາກ: ອິນເຕີເນັທ |
ຂອບໃຈທີ່ອ່ານ
...ສະບາຍດີ...