29.6.14

ນັກເລາະໄປຕາດເລາະ

ແຂວງ ສາລະວັນ ເປັນໜຶ່ງໃນສີ່ແຂວງພາກໃຕ້ ຂອງ ສປປ ລາວ, ມີເນື້ອທີ່ 10.691 ກມ2, ມີພົນລະເມືອງ ປະມານ 324.400 ກວ່າຄົນ (ສະຖິຕິປີ 2005). ມີ 14 ເຜົ່າເຊັ່ນ: ເຜົ່າລາວລຸ່ມ, ກະຕາງ, ສ່ວຍ, ປະໂກະ, ຢົວ, ຕະ ໂອ້ຍ, ຜູ້ໄທ, ກຣຽງ. ອິນ, ຕົ້ງ, ກະໂດ, ຕະຕູ,ກາໃນ ແລະ ອາລັກ. ແຂວງ ສາລະວັນ ແບ່ງອອກເປັນ 653 ບ້ານ, ມີ 8 ເມືອງຄື: ເມືອງສາລະວັນ, ເມືອງ ຕາໂອ້ຍ, ເມືອງ ຕຸ້ມລານ,ເມືອງ ນະຄອນເພັງ, ເມືອງ ວາປີ, ເມືອງ ຄົງເຊໂດນ, ເມືອງ ເລົ່າງາມ ແລະ ເມືອງສະມ້ວຍ. ເມືອງ ສາລະວັນ ເປັນທີ່ວ່າການແຂວງ. ທິດຕາເວັນອອກ ຂອງ ແຂວງ ຕິດ ກັບແຂວງ ເຊກອງ ແລະ ສສ. ຫວຽດນາມ, ທິດເໜືອ ຕິດກັບ ແຂວງ ສາຫວັນນະເຂດ, ທິດໃຕ້ ຕິດກັບແຂວງຈຳປາສັກ ແລະ ທິດຕາ ເວັນຕົກ ຕິດກັບແມ່ນ້ຳຂອງ ຊາຍແດນລະຫວ່າງສາລະວັນ ກັບ ຈັງຫວັດ ອຸບົນ ຣາຊະທານີ ຂອງ ປະເທດໄທ
ເຂດເຜົ່າສາມແສນ, ແດນວິລະກຳ, ລໍາມະຫາອໍານາດ, ນ້ຳຕົກຕາດໄຫລລິນ, ຖິ່ນກາເຟ-ໝາກແໜ່ງ, ແຫ່ລງບໍລິການຊີ້ນໄກ່ໃຫ່ຍ, ສາລະວັນຂີ້ໄຮ້ ຂາຍຊ້າງແລກກະບອງ.
ນ້ຳຕົກຕາດເລາະ : ຕັ້ງຢູ່ຫ່າງຈາກຕົວເມືອງສາລະວັນ ມາທາງທິດຕະເວັນຕົກສຽງໃຕ້ ປະມານ 28 ກິໂລແມັດ ຕາດເລາະ ເປັນນ້ຳຕົກທີ່ເກີດຈາກສາຍນ້ຳເຊເຊດໄຫລລັດເລາະຜ່ານຫມູ່ບ້ານລົງສູ່ແອ່ງນ້ຳເບື້ອງລຸ່ມ ຊາວບ້ານອີ້ນວ່າ ຕາດເລາະ ເປັນນ້ຳຕົກທີ່ສູງປະມານ 10 ແມັດ ຕົກລົງສູ່ແອ່ງນ້ຳໃຫຍ່ ສາມາດຫລິ້ນນ້ຳໄດ້ມີຈຸດນັ່ງຊົມວິວທິວທັດ ແລະ
ຕາດເລາະ(ຮູບຈາກ ທ. ຕະບອງເພັດ)
ຕາດເລາະ(ຮູບຈາກ ທ. ຕະບອງເພັດ)
ສາມາດຍ່າງເຂົ້າໄປຊົມນ້ຳຕົກຈາກທາງດ້ານຫລັງ(ເທິງ)ຂອງນ້ຳຕົກຕາດເລາະໄດ້ ບໍລິເວນນີ້ມີທີ່ພັກຫລາຍແຫ່ງໄວ້ໃຫ້ ບໍລິການຈະເປີດໃນຮູບແບບຂອງເຮືອນພັກທີ່ຕົກແຕ່ງແບບລຽບງ່າຍ ເຊັ່ນ Sayse Tad Lo Guesthouse & Resort ເປັນຣີສອດ ທີ່ສວຍງາມຫລາຍ ແລະ ແປກ​ຕ່າງ​ຈາກ​ສະ­ຖານ­ທີ່​ອື່ນ ລວມ​ທັງ​ສະ­ພາບ​ແວດ​ລ້ອມ​ອ້ອມຂ້າງ​ ທີ່​ສະ­ອາດ, ອາ­ກາດ​ບໍ­ລິ­ສຸດທ່າມ­ກາງ​ການ​ປົກ​ຄຸມ​ຂອງ​ພຸ່ມໄມ້​ນ້ອຍ​ໃຫຍ່​ຫລາຍ​ຊະ­ນິດຈິ່ງ​ເຫມາະ​ສຳ­ລັບ​ການ​ກິນ​ເຂົ້າ​ປ່າ​ອາດ​ຈະ​ໄປ​ແບບ​ຄອບ­ຄົວ ຫລື ແບບຫມູ່​ຄະ­ນະກໍ່​ສະ­ດວກ​ສາ­ມາດ​ລົງ​ລອຍ­ນ້ຳ​ຫລິ້ນ​ໄດ້​ຕາມສະ­ບາຍ ຫລື ອາດ​ຈະ​ຍ່າງ­ເລາະຊົມ​ທຳ​ມະ​ຊາດ​ອ້ອມໆ​ຂ້າງ​ນ້ຳຕົກ​ຕາດ​ເລາະ​ກໍ່​ໄດ້.
ຕາດເລາະ, ຕາດຮັງ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ທີ່ມີອາກາດບໍລິສຸດສົດຊື່ນຫລາຍ ທ່າມກາງ ສາຍນ້ຳເຊເສັດ ທີ່ມີນ້ຳ(ໃສ)ໄຫລເຢັນຕລອດປີ. ໃນບໍລິເວນນີ້ເຮົາຈະໄດ້ຊົມຄວາມງາມຂອງນ້ຳຕົົົກຢູ່ 3​ແຫ່ງຄື: ນ້ຳຕົກຕາດເສັດ, ຕາດເລາະ ແລະ ຕາດຮັງ ທີ່ໂອບລ້ອມໄປດ້ວຍຕົ້ນໄມ້ໃຫຍ່ທີ່ຂຽວງາມຕລອດປີ ແລະ ມີສຽງ ມະໂຫລີທຳມະຊາດຈາກສາຍນ້ຳ ແລະ ນົກນາໆຊະນິດ ເມື່ອເຫັນແລ້ວຄົງປະຕິເສດບໍ່ໄດ້ວ່າ “ງາມຫຼາຍ”.....
ເພື່ອອຳ ນວຍຄວາມສະດວກສະບາຍໃຫ້ກັບຜູ້ທີ່ມາທ່ອງທ່ຽວ ສະຖານທີ່ທ່ອງທ່ຽວແຫ່ງນີ້ຍັງມີຮ້ານອາຫານ ແລະ ເຮືອນພັກຜ່ອນທ່າມກາງທຳມະຊາດນໍາອີກ
ພ້ອມ​ກັນ​ນັ້ນ, ທ່ານ​ສາ­ມາດຍ່າງ​ເຂົ້າ​ໄປ​ທ່ຽວ​ຊົມ​ນ້ຳ­ຕົກ­ຕາດຮັງ ເຊິ່ງ​ຖັດ​ລົງ​ໄປ​ຈາກ​ຕາດເລາະ​ບໍ່​ໄກ​ເທົ່າ­ໃດ​ຖ້າ​ຫາກ​ບໍ່​ສັງເກດ​ລະ­ອຽດ ຫລື ບໍ່​ຄຸ້ນ​ເຄີຍ​ກັບສະ­ຖານ­ທີ່​ດີ​ກໍ່​ອາດ​ຈະ​ບໍ່​ສາ­ມາດຈຳ­ແນກ​ໄດ້​ວ່າ​ແຫ່ງ​ໃດ​ຄື​ນ້ຳ­ຕົກຕາດ​ເລາະ ແລະ ແຫ່ງ​ໃດ​ຄື​ນ້ຳຕົກ​ຕາດ​ຮັງ....ແຕ່ທັງໝົດ ລ້ວນແຕ່ສວຍງາມທັງນັ້ນ...
ຫວ່າງໆກໍມາໃພັກຜ່ອນ ໃຫ້ລາງວັນແກ່ຕົນເອງແດ່ຕາມສົມຄວນທີ່ ຕາດຮັງ ແລະ ຕາດເລາະ...
" ຫອມດອກຈິກຄິດຮອດບ້ານຫລັງ, ຫອມດອກຮັງຄິດຮອດບ້ານເກົ່າ, ຫອມດອກຄັດເຄົ້າຄືຊິເຖົ້າບໍ່ເປັນ "
" ໝາກພ້າວນາໄຊ, ປິ້ງໄກ່ນາປົ່ງ,ເຫົ້ລາຂາວເມືອງຄົງ,ລໍາວົງສາລະວັນ "

(ຂໍ້ມູນເພີ່ມເຕີມສຳລັບຄົນທີ່ສົນໃຈແຂວງສາລະວັນຄວນຮູ້ໄວ້)
ກ່ອນໜ້ານີ້ ສາມສິບກວ່າປີ, ແຂວງ ສາລະວັນ ເປັນແຂວງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກ ສົງຄາມ. ຍ້ອນວ່າແຂວງ ມີພູພຽງບໍລະເວນ ຊຶ່ງເປັນພູເຂົາໄຟເກົ່າ ທີ່ຢູ່ສູງກວ່າລະດັບນ້ຳທະເລເຖິງ 1.000 ແມັດ, ຈຶ່ງເໝາະແກ່ ການປູກພືດ ເຊັ່ນ: ກາເຟ, ໝາກແໜ່ງ,ທຸລຽນ, ນອກນີ້ ຍັງເໝາະແກ່ການລ້ຽງສັດ. ບໍ່ພຽງແຕ່ເທົ່າ ນັ້ນ ແຂວງ ສາລະວັນ ຍັງມີແມ່ນ້ຳລຳເຊທີ່ສາມາດສ້າງເຂື່ອນຜະລິດກະແສໄຟຟ້າໄດ້ເຊັ່ນ: ເຊເສັດ, ເຊໂປນ, ເຊໂດນ, ເຊລະນອງ.

ແຂວງ ສາລະວັນ ຍັງມີແຮ່ທາດເຊັ່ນ: ຖ່ານຫີນ, ບໍ່ດິນໜຽວ, ທາດອາຍແກ໋ດ, ນ້ຳມັນ, ພູຫີນບູນ ແລະ ອື່ນໆ. ນອກນີ້ ແຂວງສາລະວັນ ເປັນແຂວງໜື່ງທີ່ແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມ ໃນນັ້ນມີແຫຼ່ງທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະ ວັດທະນາທຳ ... ທີ່ສວຍງາມອີກຫລາຍບ່ອນໃຫ້ນັກທ່ອງທ່ຽວໄດ້ມາທ່ຽວຊົມ.
ແຫຼ່ງທ່ອງທ່ຽວແຂວງສາລະວັນມີຫຼາຍກ່ວາ 84 ແຫ່ງຄື:
• ແຫຼ່ງທ່ອງທ່ຽວທາງທຳມະຊາດມີ 45 ແຫ່ງ
• ແຫຼ່ງທ່ອງທ່ຽວປະຫວັດສາດມີ 6 ແຫ່ງ
• ແຫຼ່ງທ່ອງທ່ຽວວັດທະນາທຳມີ 33 ແຫ່ງ
I. ເມືອງ ສາລະວັນ ມີແຫຼ່ງທ່ອງທ່ຽວ 22 ແຫ່ງຄື: ທ່ອງທ່ຽວທຳມະຊາດ 15 ແຫ່ງ, ທ່ອງທ່ຽວວັດທະນາທຳ 5 ແຫ່ງ ແລະ ທ່ອງທ່ຽວປະຫວັດສາດ 2 ແຫ່ງ.


ທ່ອງທ່ຽວ ທຳມະຊາດ
1. ນ້ຳຕົກຕາດ ເລາະ ຕັ້ງຢູ່ບ້ານແສນວັງ ຫ່າງຈາກຕົວເມືອງ 32 Km
2. ນ້ຳຕົກຕາດ ຮັງ ຕັ້ງຢູ່ບ້ານແສນວັງ ຫ່າງຈາກຕົວເມືອງ 32 Km
3. ນ້ຳຕົກຕາດ ເທວະດາ ຕັ້ງຢູ່ ພູນັງ ຫ່າງຈາກຕົວເມືອງ 36 Km
4. ນ້ຳຕົກຕາດ ແກ້ງຄອງ ຕັ້ງຢູ່ ທາດຫອບ ຫ່າງຈາກຕົວເມືອງ 10 Km
5. ໜອງພຸດສະເກີງ ຕັ້ງຢູ່ ເຂດພູສະເກີງ ຫ່າງຈາກຕົວເມືອງ 3 Km
6. ແຄໜອງບົວ ຕັ້ງຢູ່ ໜອງພໍ ຫ່າງຈາກຕົວເມືອງ 14 Km
7. ພູກະແຕ ຕັ້ງຢູ່ ໂມນທັນ ຫ່າງຈາກຕົວເມືອງ 14 Km
8. ນ້ຳຕົກຕາດ ແກ້ງເສືອເຕັ້ນ ຕັ້ງຢູ່ ບືງໄຊ ຫ່າງຈາກຕົວເມືອງ 22 Km
9. ນ້ຳຕົກຕາດ ແກ້ງຊັນ ຕັ້ງຢູ່ ທົງຄາມ ຫ່າງຈາກຕົວເມືອງ 25 Km
10. ນ້ຳຕົກຕາດ ຖ້ຳມະ ຕັ້ງຢູ່ ໂມນທັນ ຫ່າງຈາກຕົວເມືອງ 12 Km
11. ນ້ຳຕົກຕາດ ສູງ ຕັ້ງຢູ່ ຕາດສູງ ຫ່າງຈາກຕົວເມືອງ 37 Km
12. ວັງຄຳ ຕັ້ງຢູ່ ບ້ານຕູ ຫ່າງຈາກຕົວເມືອງ 32 Km
13. ນ້ຳຕົກຕາດ ຫ້ວຍສາດ ຕັ້ງຢູ່ ບ້ານຫ້ວຍ ຫ່າງຈາກຕົວເມືອງ 20 Km
14. ນ້ຳຕົກຕາດ ເຊເຊດ ຕັ້ງຢູ່ ບ້ານແບ່ງ ຫ່າງຈາກຕົວເມືອງ 20 km
15. ຖ້ຳຜີຖ້ຳເສືອ ຕັ້ງຢູ່ ເຂດປາກປົ່ງ ຫ່າງຈາກຕົວເມືອງ 14 Km
ທ່ອງທ່ຽວ ວັດທະນາທຳ
1. ໂລງສົບປູ່ແສງຄຳ ຫ່າງຈາກຕົວເມືອງ 22 Km
2. ຮ້ານວາງສະແດງຫັດຖະກຳ ຕັ້ງຢູ່ ນາກົກໂພ ຫ່າງຈາກຕົວເມືອງ 1 Km
3. ບ້ານຊົນເຜົ່າເຂດຕາດເລະ ຕັ້ງຢູ່ ສູນທ່ອງທ່ຽວ ຫ່າງຈາກຕົວເມືອງ 36 Km
4. ວັດປ່າບ້ານໜອງໃສ ຕັ້ງຢູ່ ບ້ານໜອງໃສ ຫ່າງຈາກຕົວເມືອງ 25 Km
5. ຖ້ຳພະໂພນທັນ ຕັ້ງຢູ່ ບ້ານໂພນທັນ ຫ່າງຈາກຕົວເມືອງ 2 Km

ທ່ອງທ່ຽວ ປະຫວັດສາດ
1. ຂົວສຸພານຸວົງ ຕັ້ງຢູ່ ບ້ານດ່ານ ຫ່າງຈາກຕົວເມືອງ 22 Km
2. ເສັ້ນທາງໂຮ່ຈີ່ມີນ ຕັ້ງຢູ່ ບ້ານຕາບຸນ ຫ່າງຈາກຕົວເມືອງ 5 Km

II. ເມືອງ ເລົ່າງາມ ມີແຫຼ່ງທ່ອງທ່ຽວ 15 ແຫ່ງຄື: ທ່ອງທ່ຽວທຳມະຊາດ 12 ແຫ່ງ ແລະ ທ່ອງທ່ຽວວັດທະນາທຳ 3 ແຫ່ງ
ທ່ອງທ່ຽວ ທຳມະຊາດ
1. ນ້ຳຕົກຕາດ ໄມ້ເຮ່ຍ ຕັ້ງຢູ່ ບ້ານພໍເຄັນ ຫ່າງຈາກຕົວເມືອງ 60 km
2. ນ້ຳຕົກຕາດ ສອງແມ່ລູກ ຕັ້ງຢູ່ ບ້ານພໍເຄັນ ຫ່າງຈາກຕົວເມືອງ 60 km
3. ນ້ຳຕົກຕາດ ຝາແຝດ ຕັ້ງຢູ່ ບ້ານພໍເຄັນ ຫ່າງຈາກຕົວເມືອງ 60 km
4. ນ້ຳຕົກຕາດ ສູງ (1) ຕັ້ງຢູ່ ຫ້ວຍແສງ ຫ່າງຈາກຕົວເມືອງ 55 km
5. ນ້ຳຕົກຕາດ ສູງ (2) ຕັ້ງຢູ່ ບ້ານສັນໂນນ ຫ່າງຈາກຕົວເມືອງ 37 km
6. ນ້ຳຕົກຕາດ ມົນ ຕັ້ງຢູ່ ຫ້ວຍແສງ ຫ່າງຈາກຕົວເມືອງ 35 km
7. ນ້ຳຕົກຕາດ ຕ່ານ ຕັ້ງຢູ່ ຫ້ວຍແສງ ຫ່າງຈາກຕົວເມືອງ 55 km
8. ນ້ຳຕົກຕາດ ລີງ ຕັ້ງຢູ່ ວັງຍາວ ຫ່າງຈາກຕົວເມືອງ 54 km
9. ນ້ຳຕົກຕາດ ເສນ ຕັ້ງຢູ່ ໜອງບອນ ຫ່າງຈາກຕົວເມືອງ 50 km
10. ຖ້ຳເກົ້າຮູພູຕາດເຄົ້າ ຕັ້ງຢູ່ ທົ່ງຄາມ ຫ່າງຈາກຕົວເມືອງ 31 km

ຂອບໃຈຫລາຍໆທີ່ຕິດຕາມ


7.4.14

ບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກ ຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເລົ່າ ສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະ ໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ ສາບ ແຊ່ງຄ້ອງ,ທັງໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນແລະກັນບໍ່ຂາດ.
ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ.
(ພາບຈາກອິນເຕີເນັທ)
ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝ ລ້ານຊ້າງຕອນຕົ້ນພຸ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.(ປີນີ້ ຄສ. 2014 ກົງກັບປີ ຈສ. 1376) ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າ ຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພະພຸດທະສາສນາເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນ ໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພ.ສ. (ພຸດທະສັກລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈຸນລະສັກກະລາດ ຫຼື ຈ.ສ. ນັ້ນເອງ ແລະ ການຈັດງານສະເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ "ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ" ແທນການເອີ້ນວ່າ "ບຸນສົງການ" ຊື່ໆ ເໝືອນດັ່ງບາງປະເທດໃກ້ຄຽງເຮົາ

ການຈັດສະຫລອງບຸນປີໃໝ່ລາວນີ້ ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີແລ້ວ ເຮົາຈະເຫັນວ່າ ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ (ຄືບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ) ແຕ່ຫາກອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະມັກຕົກໃນລະຫວ່າງວັນທີ 13-14-15 ເມສາ ຫຼື 14-15-16 ເມສາ (ວັນທີ 13-14-15-16 ເມສາ ໃນປີອະທິກະຈຸຣະທິນ ຫຼື ປີທີ່ມີ 366 ມື້). ໃນເວລາ 3 ມື້ ຫຼື 4 ມື້ ນີ້, ມື້ທຳອິດຈະເປັນ ວັນສັງຂານລ່ວງ, ມື້ຕໍ່ໆມາຈະເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ ຈະມີວັນເນົາ 2 ມື້ຕໍ່ກັນ) ແລະ ມື້ສຸດທ້າຍຈະເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່).

ຄວາມໝາຍ ຄຳວ່າ: "ສັງຂານຕ໌" (ສັງ-ຂານ) ສັງຂານຕ໌ ເປັນພາສາປາລີ ເຊິ່ງມີຄວາມໝາຍສະເພາະຕົວ ແຕ່ຫລາກຫລາຍຄຳ ອະທິບາຍ, ໃນທີ່ນີ້ແມ່ນໝາຍເຖິງ ການເສື່ອມ (ໝົດ,ໃຊ້ການບໍ່ໄດ້) ຫຼື ໝາຍເຖິງການປ່ຽນໃໝ່.
(ຮູບພາບຈາກອິນເຕີເນັທ)
ການທີ່ເພິ່ນເອີ້ນທິດາທັງເຈັດ(7)ນາງຂອງທ້າວ ກະບິນລະພົມ(ກບິລພຣົມ)ວ່າ: “ນາງສັງຂານຕ໌” ເຊິ່ງແປຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ, ທິດາທັງເຈັດນາງຂອງກະບິນລະພົມ ອັນໝາຍເຖິງເຈັດວັນໃນຮອບສັບປະດາ ໄດ້ຜັດປ່ຽນ ກັນຂຶ້ນຊົງສັດ ພາຫະນະປະຈໍາໂຕ ກໍໝາຍເຖິງການປ່ຽນເວລາ ປ່ຽນການບັນຈົບ. ສ່ວນຄຳວ່າ: “ ສົງການ ” ຫຼື ສົງກຣານຕ໌ (ສົງ-ກຣານ ເປັນຄຳສັນສກຣິຕ ທີ່ຊາວຂແມ ແລະ ສຍາມ ພາກັນນິຍົມໃຊ້, ເຊິ່ງຈະມີຄວາມໝາຍດຽວກັນກັບຄຳວ່າ: “ ສັງຂານ ” (ສັງຂານຕ໌ = ຄຳປາລີ) ທີ່ຊາວລ້ານຊ້າງ ແລະ ລ້ານນາ ນິຍົມໃຊ້ມາແຕ່ປາງປະຖົມ.

ວັນສັງຂານລ່ວງ ແມ່ນວັນທໍາອິດຂອງການສະຫລອງປີໃໝ່ລາວ ຕາມບ້ານ, ເຮືອນຕ່າງໆຈະເລີ່ມຈາກການຫ້າງຫາກະກຽມ ດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ ພາເຂົ້າຕຽມເຂົ້າວັດ. ຫລັງຖວາຍເພນແລ້ວ ພຣະສົງຈະອັງເຊີນພຣະພຸດທະຮູບລົງຈາກບັນລັງ(ບຸດສະບົກ) ເພື່ອໃຫ້ພຸດທະສາສະນິກຊົນໄດ້ຫົດສົງ ດ້ວຍນໍ້າອົບນ້ຳຫອມທີ່ຈັດຕຽມມາໃຫ້ເປັນ ສິຣິມົງຄົນແກ່ຕົນ ແລະ ຄອບຄົວ. ຈາກນັ້ນ, ພໍ່ເຮືອນແມ່ຊານຈະພ້ອມ ກັນກັບຕ່າວເມືອເຮືອນ ເພື່ອອາຣາດທະນາພຣະພຸດທະຮູບທີ່ບູຊາຄູ່ເຮືອນລົງຈາກຮ້ານຈາກຫິ້ງ ເພື່ອຫົດສົງຂໍພອນໃຫ້ເປັນມົງຄົນແກ່ເຮືອນຊານຂອງຕົນນຳອີກ.
(ຮູບພາບຈາກອິນເຕີເນັທ)
ວັນເນົາ: "ເນົາ" ນີ້ແປວ່າ "ຈຶ້ງຢູ່ ບໍ່ຍົກຍ້າຍ" ແລະ ວັນເນົາຍັງໝາຍເຖິງວັນຢູ່ກາງຂອງການປ່ຽນປີ ຈສ ຫລື ຈຸນລະສັກກະລາດ, ແຕ່ເດີມໝາຍໄວ້ວ່າ ພຣະສົງສາມະເນນ ຈະເນົາຢູ່ໃນວັດ ເພື່ອສູດມົງຄົນໃຫ້ພອນ, ຝ່າຍຄາລະວາດຈະພ້ອມພາກັນຈັດແຫ່ນາງສັງຂານ ທີ່ໄດ້ປະກວດຄັດເລືອກກັນມາແລ້ວ, ການແຫ່ມະໂຫລະສົບຕ່າງໆ ຈະຄ້າຍຄືກັນໃນທົ່ວປະເທດ.

ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະພຸດທະລາວັນ (ພຣະບາງ) ອອກໃຫ້ມວນຊົນໄດ້ສັກາລະບູຊາ ແລະ ຫົດສົງ. ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວກະບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະ ເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ. 
(ຮູບພາບຈາກອີເຕີເນັທ)
ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນມື້ນີ້(ຈາກປີ ຈຸນລະສັກກະລາດ 1375 ເປັນ 1376). ພ້ອມດຽວກັນກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ; ມື້ວັນສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ນີ້ຍັງຖືເປັນວັນໂຮມຍາດຕິພີ່ນ້ອງ, ຊາວລາວຈະຖືເອົາໂອກາດນີ້ ເປັນການສົມບັດສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ. 

ການສົມມາ ຄືການຍອມຮັບສຳນຶກຜິດ ໃນສິ່ງທີ່ຕົນໄດ້ລະເມີດ, ລ່ວງເກີນ ຫຼື ປະພຶຕຜິດຕໍ່ບຸກຄົນ ທີ່ຢູ່ສູງກວ່າຕົນ ບໍ່ວ່າຈະດ້ວຍ ກາຍ,ວາຈາ,ໃຈ ກໍ່ຕາມ. ໃນພິທີນີ້ ບັນດາລູກຫລານຈະ ແຕ່ງຂັນຫ້າ ເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບ ເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ແລ້ວຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. 
(ພາບຈາກອິນເຕີເນັທ)
ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ 2 ຢ່າງຕົ້້ນຕໍຄື: 
1) ການຮູ້-ຕື່ນດ້ວຍສຳນຶກຂອງຕົນເອງ ຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງໂທສະທີ່ດີທີ່ສຸດ, ທັງໄດ້ຮັບການໃຫ້ອະໄພໂທດ ແລະ ເຂົ້າສູ່ປີໃໝ່ຢ່າງໃສສະອາດ. 

2) ເປັນໂອກາດທີ່ຈະຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານ ພະອໍລະຫັນຜູ້ເປັນບຸບຜະກອນ ຫລື ບຸບຜະກາລີ ຫຼື ພໍ່ແມ່ ທີ່ເປັນຜູ້ເບິ່ງແຍງ, ລ້ຽງດູເຮົາມາ ແຕ່ມື້ເກີດ. 

ພ້ອມດຽວກັນນີ້, ຜູ້ທີ່ຢູ່ໃນວົງການສິນລະປະກໍາ(ນາດຕະສິນ ຫລື ນັກຟ້ອນ, ນັກດົນຕຣີ, ຊ່າງແຕ້ມ, ຊ່າງຄວັດ, ຊ່າງປັ້ນ, ນັກກະວີ, ນັກແຕ່ງ, ນັກສະແດງ, ນັກປະດິດ ແລະອື່ນໆ) ກໍຈະພ້ອມກັນມາເຕົ້າໂຮມເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນຄູບາອາຈານ ເຊິ່ງເປັນປະເພນີໃຫ້ລູກຫລານໄດ້ສືບທອດຮັກສາສືບຕໍ່ກັນມາ.ໃນພິທີນີ້, ເຄື່ອງບູຊາແບບລາວເດີມຈະໄດ້ແກ່: ໝາກພ້າວ-ກ້ວຍຫອມ, ຄຳໝາກ, ຢາເສັ້ນ, ເຄື່ອງຫອມຕ່າງໆ ແລະ ດອກໄມ້ຂາວນາໆພັນ. ອົງປະທານຕົວແທນຄູບາອາຈານແມ່ນປູ່ລືສີ ແລະ ອົງພະຄະເນດ ພ້ອມດ້ວຍຫົວໂຂນຕົວລະຄອນໃນວັນນະກໍາເລື່ອງຕ່າງໆ.
(ຮູບພາບຈາກອິນເຕີເນັທ)
ຈຸດເດັ່ນອີກຢ່າງໜຶ່ງ ຂອງການສະຫລອງໃນມື້ຂຶ້ນປີໃໝ່ນີ້ກໍ່ຄື: ຜູ້ຄົນຈະພາກັນແຫ່ລົງຫາດລົງດອນ ເພື່ອຕົບທາດຊາຍ (ຫຼືຕົບພະຊາຍອັນໝາຍເຖິງການຕົບປັ້ນສັນແຕ່ງດິນຊາຍໃຫ້ເປັນທາດ ຫຼື ເປັນ 3 ຖ້ານ ຄ້າຍດັ່ງຮູປປັ້ນພະ ແລະແຕ່ງ ເອ້ດ້ວຍທຸງທິວສັດພາຫນະປະຈຳນາງສັງຂານ, ສັດ 12 ລາສີ, ພຣະປະຈຳວັນເກີດ ແລະ ລິງລາຍມົງຄົນຕ່າງໆ) ເພື່ອເປັນ ການບູຊາຜູ້ຮັກສາແຫລ່ງນ້ຳ. ໃນວັດທີ່ສ້າງໃໝ່ ອອກຕົນຍາດໂຍມຈະຖວາຍດິນຊາຍໃຫ້ແກ່ວັດ ໂດຍເຊື່ອວ່າຕົນໄດ້ຮ່ວມເປັນ ສ່ວນໜຶ່ງໃນການຈັດສ້າງຖາວອນວັດຖຸໃຫ້ຄົງຢູ່ເປັນແກ່ນສານໃນພຸດທະສາສນາແຕ່ນີ້ໄປຍັງເບື້ອງໜ້າ.

ໃນຕອນຄ້າຍແລງຂອງວັນດຽວກັນນີ້, ພຣະສົງໃນວັດຈະລັ່ນຄ້ອງໄຊ ແລະ ຕີກອງໃຫຍ່ ເພື່ອເຕືອນບອກເຖິງການຂຶ້ນປີໃໝ່ລາວ. ສ່ວນຝ່າຍຄາລະວາດ ຈະພ້ອມກັນອາລາດທະນານິມົນອົງພະພຸດທະຮູບ ທີ່ມີໄວ້ບູຊາໃນເຮືອນໃນຊານມາເຊັດຂັດໃຫ້ເງົາງາມກ່ອນຈະນໍາຂຶ້ນສູ່ຫິ້ງ-ຮ້ານ ທີ່ຈັດແຕ່ງດ້ວຍເຄື່ອງຫອມທູບທຽນ ແລ້ວຈຶ່ງພາລູກຫລານໄຫວ້ພຣະຮັບສິນໃນຕອນຫົວຄ່ຳ ຈຶ່ງຖືວ່າຄົບຖ້ວນບໍລິບູນໃນການສະຫລອງບຸນປີໃໝ່ລາວ.

ຂໍ້ມູນຄັດຈາກ http://www.laofinearts.net/

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...