31.5.11

ພວກເຮົາໄດ້ເຮັດແລ້ວດ້ວຍຄວາມພູມໃຈ

ໃນເວລາອັນໃກ້ໆນີ້ ພວກເຮົາຍັງຈະສືບຕໍ່ຊ່ວຍເຫລືອຜູ້ດ້ອຍໂອກາດຄື:
໑໖-໑໘ ກັນຍາ ໒໐໑໑ ຈະໄປມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ນັກຮຽນທີ່ເມືອງປາກລາຍ(ໄຊຍະບູລີ) ແລະ ຈາກນັ້ນຈະເອົາເຄື່ອງນຸ່ງຫົ່ມໄປຊ່ວຍເຫລືອຜູ້ທີ່ຍັງທຸກຍາກທີ່ແຂວງ ເຊກອງ ແລະ ອັດຕະປື....ທ່ານເອງສາມາດມີສ່ວນຮ່ວມກັບພວກເຮົາໄດ້ທີ່:
ວິທະຍຸກະຈາຍສຽງແຫ່ງຊາດລາວ
 ໂທຣ (໘໕໖-໒໑) ໒໔໓ ໓໘໖ ຫລື (໘໕໖-໒໐) ໕໕ ໓໓ ໘໘ ໖໓ ຫລື
E-mail: openheartsopenairwaves@gmail.com or kp.saioudom@yahoo.com
ທ່ານສາມາດຕິດຕາມການເຄື່ອນໄຫວຂອງພວກເຮົາໄດ້ກົດລິ້ງລຸ່ມນີ້:

23.5.11

ຄວາມສຸກພົບໄດ້ຕະຫລອດການເດີນທາງ ໑


ຈົ່ງເຊົາຄິດທີ່ຈະປ່ຽນທຸກສິ່ງທຸກຢ່າງທ່ີຢູ່ອ້ອມຕົວເຮົານັ້ນໃຫ້ໄດ້ຕາມທ່ີເຮົາມັກ

ແຕ່ຈົ່ງປ່ຽນແປງໃຈຕົນເອງໃຫ້ເຂົ້າກັບສິ່ງແວດລ້ອມນັ້ນຈະດີກ່ວາ...

....ພ້ອມແລ້ວບໍ່ທີ່ຈະເດີນທາງ ດ້ວຍຈິນຕະນາການຜ່ານຄຳເວົ້າ ແລະ ຮູບເຫລົ່ານີ້…..

# ພາບນີ້ ຮ້ອຍເທື່ອຈ້ອງ ຂ້ອຍສ່ອງຕາແນມ

ເຫັນໜໍ່ໜາມ******ນຜາ ພົ້ນດິນສູງຊີ້

ສາມເສົ້າ ເຫງົາໃຈລົ້ນ ຫາກຄົນເຮົາເປັນເໝືອນດັ່ງ“....”

ນ້ຳຕາລັ່ງແທ້ໆ ຫາກເຮົາຫ້າມຮັກບໍ່ລົງ....

# ແຕ່ວ່າ ຂົງເຂດນີ້ ມີອາກາດເຢັນສະບາຍ ຫລາຍເດີ້

ສ່ວນຫລາຍ ດິນດອນຜືນ ປູກສາລອຍ-ສາລີປ້ອນ

ຊາວນະຄອນວຽງກວ້າງ ຫລາຍຄົນກິນບໍ່ຮູ້ຖິ່ນ ທີ່ເຂົາປູກ

ລູກສາວຊາວສວນອວນອ່າວເອີ້ນ ເຊີນເມືອຢ້ຽມເບິ່ງແດ່ເດີ....ວ່າເດ


# ມີບໍ່ ໃຜຜູ້ຍັງໜຸ່ມເນື້ອ ແຂງແກ່ນພະລັງເຫລືອ

ເມືອແມ້...ເມືອຢາມສາວກາສີ ເພິ່ນຜູ້ດີຂະຫຍັນຫ້າວ

ເຖິງບໍ່ເອົາຫວັງຊ້ອນ ບໍ່ຫ່ອນຫັນຫາເຫດ

ພຽງຢາກ ບົງບອກໃຫ້ ວ່າແດນນີ້ມາກອຸດົມ...ເຈົ້າເອີຍ

# ປາກເອີ່ຍຂານຕອບໂຕ້ ນຳແດ່ຈັກຄວາມ.....

ຢາກແວ່ເມືອງກາສີ ຕົ້ມໄກ່ມີເພງເຂົາຮ້ອງ

ນ້ອງນາງສາວກາສີເວົ້າ ຕົ້ມໄກ່ລໍຖ້າ”......“ຢູ່ ມັກບໍ່

ຄັນບໍ່ແວ່ ຂ້ອຍຊິພາເພັ່ນຂຶ້ນ ພູສູງຊັນສຽດຟ້າ ມີຄົນຖ້າຕົ້ມໄກ່ຄອຍ....ຄືກັນນັ້ນລະ...

...ຄົນສ່ວນຫລາຍ ມັກມອງເຫັນແຕ່ອຸບປະສັກ

ມີໜ້ອຍຄົນແທ້ໆທີ່ຈະມອງເຫັນເປົ້າຫມາຍທີ່ແທ້ຈິງຂອງຕົນເອງ…..

....ຕອນນີ້ຮູ້ແລ້ວວ່າຂ້ອຍຕ້ອງການສິ່ງໃດ ?....

ໄປຊອກກິນເຂົ້າກ່ອນ ແລ້ວຈະມາເວົ້າໃໝ່ໃນຕອນທີ ໒

ຂອບໃຈທີ່ອ່ານ

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...