14.3.11

ພອນນະພາ ໄປຢາມບ້ານປູ່

ໄປຢາມບ້ານປູ່
ຂຽນໂດຍ: ພອນນະພາ ໄຊອຸດົມ (ສະດຸດຕາ ສາຍຮຸ່ງ)

# ອີ່ປາ ພັດພາກບ້ານ ນານກ່ວາຊາວປີ ວ່າເດ…
ຈາກທົ່ງນາທີ່ເຄີຍໄຖ ຈາກໄຮ່ສວນທີ່ເຄີຍສ້າງ
ຈາກນ້ອງນາງລູກສາວຫລ້າ ຈາກພໍ່ຕາອີ່ລຸງໃຫຍ່
ຈາກພໍ່ປູ່ວາດບໍ່ໄດ້ ວ່າລາວເຖົ້າຊໍ່າໃດ ?

# ປີນີ້ ອີ່ພໍ່ພັກວຽກໄດ້ ເລີຍພານຸ່ນໄປຢາມ
ອີ່ແມ່ກັບນ້ອງຊາຍ ກໍ່ດີໃຈໄປນໍາພ້ອມ
ພັບເຄື່ອງຂອງຊົມໃຊ້ ທີ່ຈໍາເປັນຫລາຍຫລາກ
ທັງຂອງຝາກແລະເຄື່ອງຕ້ອນ ຫລາຍເປ້ສີ່ກະເປົາ ພຸ້ນນາ….

# ລົດບໍ່ໄປ ຕັ້ງໃຈແລ້ວ ຊິຂໍຂີ່ທາງເຮືອ ນີ້ກ່ອນ
ນັ່ງຊົມລົມຊົມທິວທັດ ຊ່າງງາມເຫລືອລົ້ນ
ເຫັນກ້ອນຫີນດິນຊາຍກ້ວາງ ແຄມຂອງທີ່ເຮືອຜ່ານ
ກ່ອນຊິໄປຮອດບ້ານ ກໍຈວນຈໍ້ຄໍ່າແລງ ທ່ານເອີຍ….

# ບໍ່ເຄີຍໄປ ແຕ່ໄດ້ພໍ້ ສັບພະສິ່ງບໍ່ເຄີຍເຫັນ
ຍ້ອນວ່າຢູ່ວຽງຈັນ ແນວງາມໆ...ກໍບໍ່ມີຄືນີ້
ອາກາດດີ ນ້ໍາໃສ ພົງໄພກ້ວາງ ກວາງຟານຊິເຫລືອຢູ່ ບໍ່ນໍ
ອີ່ພໍ່ວ່າ ບາງທີມີແຕ່ໄມ້ ກວາງຟານເຕັ້ນຕື່ນໜີ

# ເພາະວ່າດົງດ່ານນີ້ ພານຫລາກເຫລືອຫລາຍ
ລັກຄ່ວາຍິງຍັງສັດ ລ່າເປັນສິນຄ້າ
ເຖິງວ່າ ການຫວງຫ້າມ ຍາມ....ເຜີ ເຂົາຫລົບຫລີກ
ລັກ ໄລ່....ໄວລື່ນລົ້ນ ຈົນຜີເຝົ້າປ່າຍອມ.....ວ່າເດ...

# ຕູ້ຍ່ານ້າ(ນ້ອງສາວຍ່າ) ມານັ່ງຖ້າ ປາກຮ່ອມທາງເມືອ
ທີ່ທ່າເຮືອດອນເມັນ ຄ້ອມຢາກເຫັນຫລານຫລ້າ
ເພິ່ນວ່າ ມາແຕ່ຕອນສວຍແລ້ວ ແນວໃຈມັນຄິດຮອດ ວ່າເດ
ຂ້ອຍແລ່ນກອດຍ່ານ້າ ເພາະເຫັນໜ້າຕັ້ງແຕ່ເຫິງ…


# ກ່ອນນີ້ ຍ່ານ້າຫວງຫ່ວງນຸ້ນ ເຄີຍທຽວທ່ອງມາຢາມ
ພັກຄ້າງແຮມເປັນເດືອນ ຢູ່ທີ່ວຽງຈັນພີ້
ຕອນນີ້ ສົມໃຈແລ້ວ ພຽງຫລຽວເຫັນກໍຊາວກອດ
ທາງປາກຖອດທອດເອີ້ນ ວ່າຫລານຫລ້າຢູ່ສະບາຍ ແມ່ນບໍ ?....


# ພໍແຕ່ຖາມຂ່າວຂໍ້ ກໍຫີ້ວຫອບສຳພາລະ
ຂຶ້ນລົດກັບເຮືອນເຮົາ ຄົນເຂົາລໍຢູ່ເຕັມບ້ານ
ຢາກເຫັນຫລານເຫັນນ້ອງ ເຫັນອີ່ປາ-ອີ່ແມ່ ວ່າເດ
ທຸກຄົນຢາກເຫັນເຮົາແທ້ໆ ຈຶ່ງໄວຟ້າວດ່ວນໄປ ທ່ານເອີຍ


# ພໍຂຶ້ນເຮືອນ ເພິ່ນກໍໄດ້ ເອີ້ນຮຽກເອົາຂວັນ
ວ່າມາເຍີຂວັນເອີຍ ມາຢູ່ເຮືອນກິນເຂົ້າ
ມານັ່ງເນົານອນຊົ້ນ ເຮືອນເຮົາກັບພໍ່ປູ່ ນີ້ເດີ້
ເວົ້າທັງບິແບ່ງໃຫ້ ໄກ່ຂວັນຕົ້ມເພິ່ນແຕ່ງມາ…

# ປູ່ວ່າ ໃຫ້ອີ່ຫລ້າ ມາຢູ່ມາຢາມ ບ້ານເຮົາເດີ້
ມາຍາມໝາກຂາມຫວານ ຫລືຊິມາຍາມຮ້ອນ
ມາຕອນກໍມາໄດ້ ຫລືມາຍາມຜັກຫວານປົ່ງ
ຫລືມາຍາມທົ່ງກ້ວາງໆ ຮວງເຂົ້າກ່ອງງາມ

# ທຸກຍາມ ມີໜາກພ້າວ ຫລາຍຫລາກແນວພັນ
ມັກຫວານໆຫອມໆ ໜ່ວຍໃຫຍ່ຍາວປູ່ມີໃຫ້
ຫລືມັກແນວຫວານຂຸ້ນ ກະທິຫອມໝາກພ້າວອ່ອນ
ມາຕອນໃດກໍຍ່ອມໄດ້ ສະບາຍແທ້ປູ່ຮັບຮອງ…..

# ມື້ນີ້ ຊິຂ່າວຂໍ້ ບັ້ນບ່ອນຕອນໄປນາ
ພໍ່ປູ່ພາໄປເລາະ ເບິ່ງໜອງປາແຫ້ງ
ນ້ຳຍັງ ມີພຽງຫນ້ອຍ ເຫັນປາເຕັ້ນໂດດ
ປູ່ວ່າ ເຮັດແນວໃດຈຶ່ງໄດ້ ປາປີ້ງອີ່ມສວຍ

# ພໍ່ປູ່ ແລະ ພີ່ນ້ອງ ຫລາຍສໍ່າຄົນລົງ
ຫວ່ານແຫກວມເອົາປາ ຈັ່ງແມ່ນມັນມືແທ້ ວ່າເດ້
ຜ່ອງຜູ້ດັງໄຟປີ້ງ ກິນປາກັບທີ່ ກໍມີຫລາຍ
ນຸ້ນ ແລະ ນ້ອງຊາຍພາດບໍ່ໄດ້ ກິນປີ້ງ....ຈັ່ງແມ່ນມັນ...ເຈົ້າເອີຍ

# ຄັນເມື່ອກິນອີ່ແລ້ວ ອາສາທ່ຽວແຄມນາ
ເລາະເບິ່ງ ກົກຂາມຫວານ ທີ່ປູ່ພຽນແພງໄວ້
ຕົ້ນບໍ່ໃຫຍ່ກໍດາຍແລ້ວ ແຕ່ທາງເທິງຍັງມີໝາກ
ວາກ ໆ...ນ້ອງຊາຍຮ້ອງບອກຂ້ອຍ ວ່າເອົາໃຫ້ແດ່ແມ.....

# ນ້ອງຊາຍຍ່າງອອກໜ້າ ພາຂ້ອຍຍ່າງເດີນເລາະ
ອີ່ແມ່ເດີນນຳຫລັງ ຈັ່ງແມ່ນມັນໄວແທ້
ແມ່ຮ້ອງບອກ....ລະວັງລົ້ມ ໂຄມຫີນໜາມໜໍ່ ລະວັງເດີ້
ມັນບໍ່ລໍ ແລ່ນທີ້ລີ້ ປານໜີຢ້ານຜ່າຍເສືອ ຊັ້ນລະ


# ມັນວ່າ ຟ້າວຮີບຟ້າວ ໝາກພ້າວອ່ອນໝາກໂມຫວານ ອີ່ປູ່ເອີ້ນວ່າເດ
ມັນຈຶ່ງຊວນເຊຊັດ ບໍ່ອາໄລໄຍຂ້ອຍ
ມັນວ່າ ອີ່ປູ່ຄອຍຢູ່ຖຽງນ້ອຍ ລົມວອຍໆພັດວ່ອນໆ
ມັນຊິນອນ ຫລັງຈາກກິນໝາກພ້າວ ໃຫ້ເຮົາເຝົ້າຢູ່ຄອຍ ວ່ານາ....



# ໄປບ້ານປູ່ຍັງບໍ່ໝົດທໍ່ນີ້ ສິ່ງທີ່ນຸ້ນໄດ້ພານພົບ
ຄົງບໍ່ພັນລະນາໝົດ ມື້ດຽວລົງໄດ້
ຂໍຝັງໃຈເອົາໄວ້ ເວລາມີຊິມາບອກ ຕາມຫລັງດອກ
ເລົ່າຄວາມຈິງທີ່ຂ້ອຍ ເມືອບ້ານອີ່ພໍ່ເຮົາ...ຫັ້ນນາ


# ເອົາລະ ພໍຊໍ່ານີ້ ຊິລາກ່ອນທາງກອນ
ໃຜຢາກຟັງຄວາມໃນ ໃຫ້ສົ່ງສານຫານຸ້ນ
ຖາມວ່າ: “..............” ຕາມໃຈເຈົ້າ ຫລືຕ້ອງການໃຫ້ມາເລົ່າ
ເລື່ອງບ້ານປູ່ ຫລາຍເທົ່າໃດກໍຍ່ອມໄດ້ ຊິຈັດໃຫ້ດັ່ງປະສົງ ເຈົ້າເອີຍ....%
ຂອບໃຈທຸກໆຄົນ ທີ່ເຂົ້າມາອ່ານ....

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...