8.10.21

Wave, CDA, MP3, WMA, RA ຄືຫຍັງ ?

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform
ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ​ໆ​ທີ່​ໃຊ້​ ໄດ້ແກ່ Wave, CDA, MP3, WMA, RA ແລະ ອື່ນໆ ຊຶ່ງ​ທັງ​ໝົດ​ນີ້ເອີ້ນວ່າ “​ໄຟ​ລ໌ຮູບ​ແບບ​ຄື້ນ​ສຽງ waveform” ສ່ວນ​ລາຍລະອຽດ ສາມາດກົດອ່ານຕາມລິ້ງລຸ່ມນີ້ໄດ້
ກົດບ່ອນນີ້ລະ ໄວໆ
(ຂອບໃຈທີ່ຕິດຕາມ)


1.10.21

ໄມຄ໌ Condenser ແລະ ໄມຄ໌ Dynamic ເຮົາຈະຊື້ໄມຄ໌ແບບໃດມາໃຊ້ຈຶ່ງຄັກ ?

ໄມໂຄຣໂຟນຄອນເດນເຊີ Condenser ແລະ ໄມໂຄຣໂຟນໄດນາມິກ Dynamic ຕ່າງກັນບໍ່ ?
ເຮົາຈະຊື້ໄມແບບໃດມາໃຊ້ຈຶ່ງຄັກ ?
(ສັງລວມຈາກປະສົບການ ຢູ່ກັບໄມຄ໌ມາ 36 ປີ)
----------------------------------------------------------
ໄມ​ໂຄຣ​ໂຟນ​ເປັນ​ສື່​ນຳ​ສຽງ ​ດັ່ງ​ນັ້ນ ​ການ​ເລືອກ​ໃຊ້​ໄມ​ໂຄຣ​ໂຟນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຮູ້​ວ່າ​ໄມ​ໂຄຣ​ໂຟນ​ປະ​ເພດ​ໃດ​ເໝາະ​ກັບ​ການ​ໃຊ້​ງານ​ແບບ​ໃດ? ມື້ນີ້ຈະ​ແນະນຳ​ຮູ້​ຈັກ​ກັບ​ໄມ​ໂຄຣ​ໂຟນ​ 2 ​ປະ​ເພດ​ ຄື​: ໄມ​ຄ໌​ຄອນ​ເດນ​ເຊີ Condenser ​ແລະ ​ໄມ​ຄ໌ໄດ​ນາ​ມິກ Dynamic ​ທີ່​ພົບເຫັນການໃຊ້​ງານ​ໃນສະຖານີວິທະຍຸກະຈາຍສຽງ, ໂທລະພາບ, ແວດ​ວົງ​ດົນຕີ​ ແລະ ​ການໃຊ້ຜະລິດສື່ອອນໄລນ໌ຢ່າງ​ຫຼວງ ຫຼາຍ ແຕ່ພວກມັນມີຈຸດພິເສດຕ່າງກັນ ແລະ ຄືກັນ; ຄວາມແຕກຕ່າງນີ້ ເຮົາຄວນຮູ້ຈັກໄວ້ ເພື່ອຈະໄດ້ມີສະຕິລະວັງໃນເວລາໃຊ້ ເພື່ອໃຫ້ໄດ້ຄຸນນະພາບສຽງທີ່ດີ...

ກົດອ່ານລາຍລະອຽດໄດ້ຕາມລິ້ງລຸ່ມນີ້

27.8.21

ເກັບໄວ້ເບິ່ງ... ການປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນໃນ Word ​ດ້ວຍ Google Docs

ປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນໃນ Word ​ດ້ວຍ Google Docs
ຫຼາຍຄົນມີບັນຫາເລື່ອງ "ຂີ້ຄ້ານພິມຄືນ" ເອກະສານທີ່ມີໃນແຜ່ນເຈ້ຍ ດັ່ງນັ້ນ ຈຶ່ງຂໍແນະນຳ ສໍ່າທີ່ເຮັດໄດ້ ດ້ວຍການໃຊ້ Google Docs

ລາຍລະອຽດ ກົດອ່ານໄດ້


3.7.21

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ
ໄລຍະລະດູຝົນ ຫຼາຍປີຜ່ານມາແລ້ວ ​ຢູ່ໃນ​ໂລກ​ອອນ​ໄລ​ນ໌ ຈະພົບເຫັນ​ຢ່າງ​ຫລາຍ ສຳລັບເລື່ອງລາວທີ່ກ່ຽວພັນກັບຄຳວ່າ: “ຫວ້ານ​ຈັກ​ຈັ່ນ” ທີ່​ມີ​ລັກສະນະ​ເໝືອນ​ຊາກ​ຈັກ​ຈັ່ນ​ທີ່​ຕາຍ​ແລ້ວ ແລະ ​ມີ​ເໝືອນ​ຕົ້ນ​ໄມ້​ຕົ້ນ​ນ້ອຍ​ໆ ໂພ່​ອອກ​ມາ​ຈາກ​ຫົວ​ຂອງ​ຈັກ​ຈັ່ນ ພົ້ນພື້ນດິນຂຶ້ນມາ ເຊິ່ງຫຼາຍຄົນເຊື່ອ​ວ່າ “​ຫວ້ານ​ຈັກ​ຈັ່ນ” ​ເປັນ “ພືດ​ມຸງ​ຄຸນ” ທີ່ຊາວ​ບ້ານບາງຄົນ​ມັກ​ເກັບ​ໄວ້​ບູຊາ​ເພື່ອ​ຄວາມ​ຈະເລີນ​ກ້າວ​ໜ້າ​ທາງ​ຫນ້າທີ່​ການ​ງານ ແລະ​ ລ້ຳລວຍ​ມີ​ເງີນ​ ມີ​ຄຳໃຊ້ ບໍ່ຂາດແຄນ ນອກນີ້ແລ້ວ ບາງຄົນກໍແນະນຳກັນວ່າ: ຫວ້ານ​ຈັກ​ຈັ່ນ​ ເມື່ອເອົາໄປ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ເປັນປະຈຳ​ຈະ​ຊ່ວຍ​ບັນ​ເທົາ​ໂລກ​ໄພ​ໄຂ້​ເຈັບ​ໄດ້​ສາລະພັດ...
..... ແມ່ນແທ້ບໍ່ ?.....
ລາຍລະອຽດກົດອ່ານລຸ່ມນີ້

16.4.21

ທຳຄວາມເຂົ້າໃຈກັບຄຳວ່າ:“ສັງກາດ ຫຼື ສັກຣາຊ”

“ສັກ​ຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;

ກົດອ່ານລາຍລະອຽດໄດ້


14.4.21

ບຸນປີໃໝ່ລາວຄືບໍ່ຈັດໃນເດືອນຈຽງ ?

ເປັນຫຍັງຈຶ່ງບໍ່ຈັດງານບຸນປີໃໝ່ລາວໃສ່ເດືອນຈຽງ ?
ມີຫຼາຍຄົນສົງໄສເລື່ອງຂອງການປະເພນີ້ບຸນປີໃໝ່ລາວ(ສົງການຕ໌)ວ່າ ເມື່ອລາວເຮົາກໍມີເດືອນເປັນຂອງຕົນເອງ(ຈຽງ, ຍີ່, ສາມ, ສີ່, ຫ້າ,ຫົກ ຮອດ ເດືອນ ສິບສອງ) ຄືບໍ່ເອົາເດືອນເລີ່ມຕົ້ນເປັນການຈັດສະຫຼອງປີໃໝ່ລາວ ຄືກັນກັບບຸນປີໃໝ່ຂອງຊາວເຜົ່າມົ້ງ ທີ່ເອີ້ນວ່າ "ບຸນກິນຈຽງ"... ເຊິ່ງເປັນບຸນທີ່ຈັດສະຫຼອງໃນເດືອນຈຽງ ຫຼື ເດືອນທຳອິດຂອງປີ.... ຄຳຖາມນີ້....ມີຫຼາຍຄົນກໍຖາມຂ້າພະເຈົ້າຄືກັນ ວ່າ ບຸນປີໃໝ່ລາວ ຫຼື ບຸນເດືອນຫ້າ ຫຼື ບຸນສົງການ ຫຼື ບຸນຫົດນ້ຳ....(ຫຼາຍຊື່ເອີ້ນ)... ເປັນຫຍັງຈຶ່ງມາຈັດຢູ່ລະວ່າງກາງເດືອນ ເມສາ(ລະວ່າງວັນທີ ໑໓-໑໖) ຂອງທຸກໆປີ....


ກົດ ກົດ ກົດອ່ານໄດ້ເລີຍ




11.2.21

ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ .... ໂອ້ຍເວນ....

.. ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ....

ກຳລັງນັ່ງກິນອາຫານໃຫ້ອຸ່ນທ້ອງ....ວ່າຈະມ່າມແຊບໆຊັ້ນດອກ.... ຊຸມອ້າຍບ່າວ ນາງສາວ ທີ່ກິນເຂົ້າຢູ່ໂຕະຂ້າງໆພັດສົນລະວົນກັບກັບຊື່ຂອງອາຫານ... ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ.... ສຽງສົນລະວົນ ບໍ່ມີໃຜຍອມກັນ ເວົ້າຈົນເຈົ້າຂອງຮ້ານສັບສົນ....ຄົນທີ່ສັ່ງເຂົ້າຜັດໄປແລ້ວ ກໍລໍຖ້າ ພັດຍັງມີຄົນມາຕໍ່ແຍວ່າ ໂຕສັ່ງ "ເຂົ້າຂົ້ວ" ຫັ້ນເບາະ...ເທົ່ານີ້ຍັງບໍ່ພໍ ໝໍໜຶ່ງພັດຕໍ່ແຍຕື່ມອີກ "ຂົ້ວເຂົ້າ" ຕີ້ ເຫັນເພິ່ນແຊຣ໌ກັນໃນເຟຊບຸກບັກຫຼາຍໆ...
ອາການຂອງຄົນກຳລັງກິນ ທີ່ບໍ່ແມ່ນເຂົ້າຜັດ

ຄວາມຈິງແລ້ວ ສິ່ງທີ່ເຂົາເຈົ້າກຳລັງສົນລະວົນນຳກັນຄົງເປັນ “ເຂົ້າ​ຜັດ- 炒饭-Fried rice” ເຊິ່ງແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າ​ຜັດ- 炒饭-Fried rice” ເກີດ​ຂຶ້ນ​ທຳອິດໃນ​ປະເທດ​ຈີນ ຊຶ່ງ​ເກີດ​ຈາກ​ການ​ນຳ​ເອົາ​ເຂົ້າ​ເຢັນ​ທີ່ເຫຼືອ​ຂ້າມ​ຄືນ ມາຂົ້ວ​ປະສົມ​ກັບ​ອາຫານອື່ນ​ໆ ຈົນ​ເຮັດໃຫ້​ເກີດ​ເປັນ​ອາຫານ​ເມ​ນູ​ໃໝ່​ຂຶ້ນ​ມາ ຈາກ​ນັ້ນ​ ​ກໍ​ແພ່ຫຼາຍ​ໄປ​ພ້ອມ​ໆ​ກັບ​ຊາວ​ຈີນ ທີ່​ອົບ​ຍົບ​ຍ້າຍ​ຖິ່ນ​​ໄປ​ທົ່ວ​ໂລກ ເຊິ່ງແຕ່​ລະ​ປະເທດ​ຕ່າງ​ກໍ​ໄດ້ປັບປຸງ​ເມ​ນູນີ້ ​ ໃຫ້​ເຂົ້າ​ກັບ​ລີ້ນ​ຂອງ​ຄົນ​ໃນທ້ອງ​ຖິ່ນ ແລະ ​ວັດ​ຖຸ​ດິບ​ທີ່​ມີ​ຢູ່​ແຕ່​ລະ​ຂົງເຂດນັ້ນໆ. ໂດຍທົ່ວໄປແລ້ວ ສ່ວນ​ປະກອບ​ຫຼັກ​ໆ​ຂອງ “ເຂົ້າ​ຜັດ- 炒饭-Fried rice” ນອກ​ຈາກ​ເຂົ້າຈ້າວ​ແລ້ວ​ ຍັງ​ປະກອບ​ມີ ຊີ້ນ​ສັດ(ໝູ,ໄກ່,) ກຸ້ງ, ​ປູ ຫລື ​ເຕົ້າ​ຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີ​ອິ້ວ​ຂາວ ຫລື​ ຊອດ​ປຸງ​ລົດຫຼາຍຢ່າງ ເພື່ອຊ່ວຍ​ໃຫ້​ເຂົ້າ​ຜັດ​ມີ​ສີ​ສັນທີ່ງົດງາມ​ໜ້າ​ຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດ​ນາ, ແຄ​ຣ໊ອດ, ຖົ່ວ​, ​ຜັກບົ່ວ ເປັນຕົ້ນ.
(ຮູບຈາກ ອິນເຕີເນັທ)

ລາຍລະອຽດກົດອ່ານລຸ່ມນີ້
ກົດເລີຍ ກົດເລີຍ



ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...